ຈີນດຳເນີນການຮ່ວມມືກັບປະເທດເກາະດອນປາຊີຟິກ ໂດຍບໍ່ໄດ້ສະແຫວງຫາຂອບເຂດອິດທິພົນຂອງຕົນຈັກເທື່ອ

2022-07-12 14:59:22 cri

ວັນທີ 11 ກໍລະກົດນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການຮ່ວມມືລະຫວ່າງຈີນກັບປະເທດເກາະດອນປາຊີຟິກແມ່ນສຸມໃສ່ການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ໄດ້ສະແຫວງຫາຂອບເຂດອິດທິພົນຂອງຕົນຈັກເທື່ອ ແລະບໍ່ມີຄວາມສົນໃຈໃນການແຂ່ງຂັນດ້ານພາກພື້ນ.

ກ່ອນໜ້ານີ້, ສື່ມວນຊົນອົສຕຣາລີໄດ້ລາຍງານວ່າ: ການຮ່ວມມືລະຫວ່າງຈີນກັບປາປົວນິວກີເນຢູ່ເຂດເສດຖະກິດພິເສດອີຮູ ລວມມີການສ້າງຖານທັບທາງການທະຫານ.

ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານວ່າງເວີນປິ່ນກ່າວວ່າ: ຈີນໄດ້ເອົາໃຈໃສ່ວ່າ ກະຊວງການຕ່າງປະເທດປາປົວນິວກີເນໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ກັບບັນຫານີ້. ຄວາມຈິງກໍຄືການເນັ້ນໜັກຂອງປາປົວນິວກີເນວ່າ: ການລາຍງານທີ່ກ່ຽວຂ້ອງແມ່ນບໍ່ເອົາຫົວຊານຳຄວາມເປັນຈິງ ແລະບໍ່ມີຫຼັກຖານອ້າງອີງ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: “ໃນຫຼາຍປີຜ່ານມານີ້, ຈີນໄດ້ປະຕິບັດເຕັກນິກດ້ານເສດຖະກິດແລະໂຄງການລົງທຶນຕ່າງໆຢູ່ປາປົວນິວກີເນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການພັດທະນາຂອງເສດຖະກິດທ້ອງຖິ່ນ ແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ຮັບຄວາມຊົມເຊີຍຈາກລັດຖະບານແລະປະຊາຊົນຂອງປາປົວນິວກີເນ. ” ການຮ່ວມມືລະຫວ່າງຈີນກັບປະເທດເກາະດອນປາຊີຟິກ ເຊິ່ງລວມທັງປາປົວນິວກີເນ ແມ່ນສຸມໃສ່ການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ໄດ້ສະແຫວງຫາຂອບເຂດອິດທິພົນຂອງຕົນຈັກເທື່ອ ແລະບໍ່ມີຄວາມສົນໃຈໃນການແຂ່ງຂັນດ້ານພາກພື້ນ.