ກຸ່ມປະເທດທີ່ນຳໃຊ້ເງິນເອີໂຣພວມປະເຊີນກັບຄວາມກົດດັນທີ່ໄພເງິນເຟີ້ເພີ່ມສູງຂຶ້ນອີກ

2022-07-12 13:41:28 CRI


ວັນທີ 11 ກໍລະກົດ 2022 ນີ້, ກຸ່ມປະເທດທີ່ນຳໃຊ້ເງິນເອີໂຣແຈ້ງໃຫ້ຮູ້ວ່າ, ຍ້ອນໄດ້ຮັບຜົນສະທ້ອນທາງລົບຈາກປັດໄຈຕ່າງໆ, ເຊັ່ນ: ລາຄາພະລັງງານເພີ່ມສູງຂຶ້ນ, ເງື່ອນໄຂການຄ້າໂລກຊຸດໂຊມລົງ ແລະອື່ນໆ, 19 ປະເທດສະມາຊິກໃນເຂດນຳໃຊ້ເງິນເອີໂຣພວມປະເຊີນກັບຄວາມກົດດັນທີ່ ໄພເງິນເຟີ້ເພີ່ມສູງຂຶ້ນອີກ, ພ້ອມກັນນັ້ນ,  ການເຕີບໂຕດ້ານເສດຖະກິດຢູ່ເຂດນຳໃຊ້ເງິນເອີໂຣໃນຕໍ່ໜ້າຈະຖືກບັ່ນທອນລົງ.

 

ມື້ດຽວກັນ, ລັດຖະມົນຕີກະຊວງການເງິນຂອງປະເທດສະມາຊິກເຂດນຳໃຊ້ເງິນເອີໂຣໄດ້ຈັດກອງປະຊຸມຢູ່ນະຄອນຫຼວງບຣູກແຊນ ໂດຍສຸມໃສ່ຫົວຂໍ້ການຟື້ນຟູເສດຖະກິດ.

 

ຝ່າຍຕ່າງໆໄດ້ກ່າວເນັ້ນໜັກໃນຖະແຫຼງການທີ່ເຜີຍແຜ່ຫຼັງຈາກກອງປະຊຸມ ວ່າ, ນະໂຍບາຍດ້ານການເງິນຂອງປະເທດຕ່າງໆຄວນຖືການຮັກສາລັກສະນະຍືນຍົງຂອງໜີ້ສິນເປັນເປົ້າໝາຍ, ຕ້ອງຫຼີກລ່ຽງການເພີ່ມຄວາມກົດດັນດ້ານໄພເງິນເຟີ້, ເພື່ອບັນລຸເປົ້າໝາຍດ້ານນະໂຍບາຍເງິນຕາທີ່ຮັກສາຄວາມໝັ້ນທ່ຽງຂອງລາຄາສິນຄ້າໃຫ້ໄດ້ດີກວ່າເກົ່າ.