ຈີນເຫັນວ່າປະມຸກລັດສອງປະເທດຈີນ-ອາເມຣິກາຮັກສາການແລກປ່ຽນກັນແມ່ນມີຄວາມສຳຄັນຫຼາຍ

2022-07-12 11:34:02 cri



ເມື່ອບໍ່ດົນມານີ້, ທ່ານແອນໂທນີບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາຢືນຢັນວ່າ: ອາເມຣິກາຄາດວ່າ ປະມຸກລັດອາເມຣິກາແລະຈີນອາດ ຈະດຳເນີນການສົນທະນາກັນພາຍໃນຫຼາຍອາທິດຂ້າງໜ້າ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວໃນວັນທີ 11 ກໍລະກົດນີ້ວ່າ: ປັດຈຸບັນ ຝ່າຍຈີນບໍ່ມີຂ່າວຫຍັງ ກ່ຽວກັບເລື່ອງນີ້.

 ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ:  “ສິ່ງທີ່ຕ້ອງເນັ້ນໜັກນັ້ນແມ່ນການທີ່ ປະ ມຸກລັດສອງປະເທດຈີນ-ອາເມຣິກາຮັກສາການແລກປ່ຽນກັນນັ້ນແມ່ນມີຄວາມສຳຄັນຫຼາຍ,ສ່ວນລາຍລະອຽດແມ່ນໃຫ້ສອງຝ່າຍປຶກສາຫາລືແລະຕົກລົງຮ່ວມກັນຜ່ານວິທີທາງການທູດ ພ້ອມທັງສ້າງເງື່ອນໄຂແລະບັນຍາກາດທີ່ເອື້ອອຳນວຍ ໃຫ້ແກ່ເລື່ອງນີ້.”