ອີຣານຕິຕຽນອາເມຣິກາທີ່ສ້າງອົງການນາໂຕຢູ່ພາກພື້ນຕາເວັນອອກກາງ ເຊິ່ງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງອີຣານແລະພາກພື້ນ

2022-07-12 15:02:38 cri


ອາທິດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຈະໄປຢ້ຽມຢາມພາກພື້ນຕາເວັນອອກກາງ. ອີຣານໄດ້ຮັກສາຄວາມມີສະຕິລະວັງຕົວຕໍ່ການຢ້ຽມຢາມຂອງທ່ານໂຈ ໄບເດັນຄັ້ງນີ້ ມີຄາດໝາຍຈະຮ່ວມກັບປະເທດທີ່ກ່ຽວຂ້ອງເພື່ອຊຸກຍູ້ “ການເຊື່ອມໂຍງລະບົບປ້ອງກັນໄພທາງອາກາດຂອງພາກພື້ນ”, ພ້ອມທັງໄດ້ຕິຕຽນວ່າ: ຫົວຂໍ້ທີ່ຖືອີຣານເປັນເປົ້າໝາຍທີ່ອາເມຣິກາສະເໜີອອກມານັ້ນມີລັກສະນະທ້າທາຍເກາະຜິດ, ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງອີຣານກໍຄືຂອງພາກພື້ນຕາເວັນອອກກາງ.

ທ່ານໂຈ ໄບເດັນຈະຢ້ຽມຢາມອິສຣາແອນ, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຂອງປາແລັສຕິນ ແລະ ອາຣັບບີຊາອຸດິດລະຫວ່າງວັນທີ 13 ຫາ 16 ກໍລະກົດນີ້. ນີ້ແມ່ນຄັ້ງທຳອິດທີ່ທ່ານໂຈ ໄບເດັນຢ້ຽມຢາມພາກຕາເວັນອອກກາງ ນັບແຕ່ທ່ານດຳລົງຕຳແໜ່ງເປັນປະທານາທິບໍດີອາເມຣິກາເປັນເວລາມາເປັນເວລາ 1 ປີເຄິ່ງ. ອີງຕາມແຈ້ງການຂອງທຳນຽບປະທານາທິບໍດີອາເມຣິກາໃຫ້ຮູ້ວ່າ, ໃນໄລຍະການຢ້ຽມຢາມ, ທ່ານໂຈ ໄບເດັນຈະປຶກສາຫາລືກັບຝ່າຍຕ່າງໆ ກ່ຽວກັບການຮັບມືກັບໄພຂົ່ມຂູ່ທີ່ມາຈາກອີຣານ, ການເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນໄພທາງອາກາດແລະຫົວຂໍ້ອື່ນໆ.

ທ່ານນາເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ການສ້າງຄວາມໝັ້ນຄົງຮ່ວມຂອງພາກພື້ນແມ່ນຂຶ້ນກັບການຮ່ວມມືລວມໝູ່ລະຫວ່າງປະເທດໃນພາກພື້ນ. ອິດທິກຳລັງພາຍນອກເຂົ້າສູ່ພາກພື້ນ, ບໍ່ພຽງແຕ່ຈະບໍ່ນຳເອົາຄວາມໝັ້ນຄົງແລະສະຖຽນລະພາບມາໃຫ້ພາກພື້ນເທົ່ານັ້ນ, ຍັງຈະເຮັດໃຫ້ສະຖານະການເຄັ່ງຕືງຂຶ້ນຕື່ມອີກ ແລະເຮັດໃຫ້ມີສະພາບຄວາມແຕກແຍກກັນຕື່ມອີກ.

ນອກນີ້, ຫາງສຽງຂອງປະເທດອາຣັບຢູ່ອ່າວເປີເຊຍກໍສົງໄສວ່າ: ລັດຖະບານໂຈ ໄບເດັ່ນມີເຈດຕະນາດ້ານຍຸດທະສາດໃນການສ້າງອົງການນາໂຕຢູ່ພາກພື້ນຕາເວັນອອກກາງ.