ທ່ານສີຈິ້ນຜິງສົ່ງສານເພື່ອຊົມເຊີຍການສ້າງຕັ້ງອົງການສາກົນຂອງກອງປະຊຸມອິນເຕີເນັດໂລກ

2022-07-13 16:51:20 cri


ວັນທີ 12 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານເພື່ອຊົມເຊີຍການສ້າງຕັ້ງອົງການສາກົນຂອງກອງປະຊຸມອິນເຕີເນັດໂລກ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ການສ້າງຕັ້ງອົງການສາກົນຂອງກອງປະຊຸມອິນເຕີເນັດໂລກ ແມ່ນມາດຕະການສຳຄັນທີ່ສອດຄ່ອງກັບກະແສການພັດທະນາຂອງຍຸກສະໄໝທີ່ຫັນເປັນແບບເຕັກໂນໂລຊີຂໍ້ມູນຂ່າວສານ, ລົງເລິກການແລກປ່ຽນແລະການຮ່ວມມືສາກົນທາງດ້ານອິນເຕີເນັດ. ຫວັງວ່າກອງປະຊຸມອິນເຕີເນັດໂລກຈະຍຶດໝັ້ນການວາງແຜນຈາກຈຸດສູງ, ການສ້າງສາຕາມມາດຕະຖານສູງ ແລະການຊຸກຍູ້ຕາມລະດັບສູງ, ຊຸກຍູ້ການຮ່ວມກັນປຶກສາຫາລືດ້ວຍການສົນທະນາແລະການແລກປ່ຽນກັນ, ຊຸກຍູ້ການຮ່ວມກັນຊົມໃຊ້ດ້ວຍການຮ່ວມມືທີ່ຕິດແທດຕົວຈິງ ເພື່ອປະກອບສ່ວນສະຕິປັນຍາແລະພະລັງແຮງເຂົ້າໃນການບໍລິຫານການພັດທະນາຂອງອິນເຕີເນັດໂລກ.

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ອິນເຕີເນັດແມ່ນກ່ຽວພັນກັບຊາຕາກຳຂອງມວນມະນຸດ, ອະນາຄົດຂອງອິນເຕີເນັດຄວນໃຫ້ປະເທດຕ່າງໆໃນໂລກສ້າງສານຳກັນ. ຈີນຍິນດີຮ່ວມກັບປະຊາຄົມໂລກ, ຖືການສ້າງຕັ້ງອົງການສາກົນດັ່ງກ່າວເປັນໂອກາດສຳຄັນ, ຊຸກຍູ້ການສ້າງອິນເຕີເນັດທີ່ຍຸຕິທຳແລະສົມເຫດສົມຜົນ, ເປີດກວ້າງແລະກວມລວມ, ມີຄວາມໝັ້ນຄົງ, ສະຖຽນລະພາບ ແລະມີຊີວິດຊີວາຫຼາຍກວ່າເກົ່າ ເພື່ອໃຫ້ອິນເຕີເນັດສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ກັບປະຊາຊົນຂອງປະເທດຕ່າງໆຢູ່ໃນໂລກ.