ຊາວໜຸ່ມບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງແບ່ງປັນໝາກຜົນທີ່ໄດ້ຮັບໃນການທັດສະນະສຶກສາຢູ່ເສສວນ

2022-07-13 19:25:43 CRI


     ຫວ່າງກ່ອນນີ້ບໍ່ດົນ, ງານແລກປ່ຽນແລະສະຫຼຸບຜົນງານການທັດສະນະສຶກສາຢູ່ເມືອງນານຊົ່ງຂອງຊາວໜຸ່ມບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງມີພະແນກວັດທະນະທຳແລະທ່ອງທ່ຽວແຂວງເສສວນຈີນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ເມືອງເກົ່າລາງຈົ່ງແຂວງເສສວນຈີນ. ນັກສຶກສາຈາກບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງທີ່ຮຽນຢູ່ມະຫາວິທະຍາໄລສ້າງຄູເສສວນ ມະຫາວິທະຍາໄລແພດແຜນແລະຢາພື້ນເມືອງຈີນເຊິງຕູ ມະຫາວິທະຍາໄລກີລາເຊິງຕູ  ມະຫາວິທະຍາໄລສ້າງຄູຊີ່ຮວາ ແລະມະຫາວິທະຍາໄລແພດສາດຊ່ວນເປ ໄດ້ທະຍອຍກັນປະກອບຄວາມເຫັນວ່າ: ການທັດສະນະສຶກສາຢູ່ເມືອງນານຊົ່ງເປັນເວລາ 4 ວັນມີຫຼາກຫຼາຍສີສັນ, ເຮັດໃຫ້ຕົນເອງມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບປະຫວັດສາດແລະວັດທະນະທຳເມືອງນານຊົ່ງ ແລະມັກເມືອງນີ້ທີ່ສຸດ.



     ໃນການເຄື່ອນໄຫວຄັ້ງນີ້, ນັກສຶກສາຈາກປະເທດຕ່າງໆໄດ້ຮຽນວັດທະນະທຳຈີນທີ່ດີເລີດ ແລະໄດ້ຍົກລະດັບພາສາຈີນໃຫ້ສູງຂຶ້ນ.



     ນອກຈາກນັ້ນ, ນັກສຶກສາທັງຫຼາຍຍັງໄດ້ວາງແຜນການທ່ອງທ່ຽວຢູ່ເມືອງນານຊົ່ງສະບັບພາສາຈີນ ແລະໄດ້ແບ່ງປັນເນື້ອໃນແຜນການໃຫ້ກັນແລະກັນໃນງານສະຫຼຸດຜົນງານດັ່ງກ່າວ.