ລາຍຮັບດ້ານເສດຖະກິດໂດຍກົງຈາກການແຂ່ງຂັນເຕະບານຊີງແຊັມໂລກກາຕາປີ2022 ຈະມີມູນຄ່າສູງເຖິງ 2,2 ຕື້ໂດລາ

2022-07-13 11:27:51 CRI


    ວັນທີ 12 ກໍລະກົດນີ້, ສະມາຄົມອຸດສາຫະກຳການຄ້າກາຕາລາຍງານໃຫ້ຮູ້ວ່າ,ຄາດວ່າ:ການແຂ່ງຂັນເຕະບານຊີງແຊັມໂລກກາຕາປີ 2022 ຈະສ້າງລາຍຮັບດ້ານເສດຖະກິດໂດຍກົງມູນຄ່າ 8 ຕື້ຣີອານກາຕາ ຫຼື ເທົ່າກັບປະມານ 2,2 ຕື້ໂດລາສະຫະລັດ.


    ຂ່າວແຈ້ງໃຫ້ຮູ້ວ່າ,ໃນໄລຍະຈັດການແຂ່ງຂັນເຕະບານຊີງແຊັມໂລກຈະມີນັກທ່ອງທ່ຽວຈຳນວນ 1.200.000 ຫາ 1.500.000 ຄົນໄປຢາມກາຕາ, ຂະແໜງບໍລິການຕ່າງໆຂອງກາຕາ ເຊັ່ນ: ການບິນ, ໂຮງແຮມ ແລະ ການທ່ອງທ່ຽວຈະເປັນຂະແໜງການທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.