ນາຍົກມາເລເຊຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີການຕ່າງປະເທດຈີນ

2022-07-13 11:00:00 cri



ວັນທີ 12 ກໍລະກົດ 2022,ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ທ່ານອິສເມວ ຊາບຣີ ຢາອາຄົບ ນາຍົກລັດຖະມົນຕີມາເລເຊຍໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບຂອງທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນທີ່ໄດ້ເດີນທາງຢ້ຽມຢາມມາເລເຊຍຕາມຄຳເຊີນ.



 ທ່ານຫວາງຢີ້ກ່າວວ່າ: ຈີນເວລາໃດກໍໄດ້ປະຕິບັດຕໍ່ສາຍພົວພັນ ຈີນ-ມາເລເຊຍຈາກລະດັບສູງທາງຍຸດທະສາດແລະວິໄສທັດຍາວໄກ, ສະໜັບ ສະໜູນມາເລເຊຍເສີມຂະຫຍາຍບົດບາດສຳຄັນໃນວຽກງານພາກພື້ນແລະສາກົນ, ຈີນຍ້ອງຍໍຊົມເຊີຍມາເລເຊຍໃນຖານະເປັນປະເທດພວມພັດທະນາທີ່ ສຳຄັນແລະຜູ້ຕາງໜ້າປະເທດທີ່ເປັນຕະຫຼາດຈະເລີນໃໝ່ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາ ລະດັບສູງການພັດທະນາໂລກ, ແລະໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການ ເຕົ້າໂຮມຄວາມເປັນເອກະພາບກັນເພື່ອການພັດທະນາໂລກ.

ທ່ານອິສເມວກ່າວຢືນຢັນວ່າ: ມາເລເຊຍໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ຂໍ້ລິເລີ່ມ ສຳຄັນຕ່າງໆທີ່ທ່ານປະທານສີຈິ້ນຜິງສະເໜີອອກໃນເມື່ອມໍ່ໆມານີ້, ພ້ອມທັງ ຍ້ອງຍໍຊົມເຊີຍຈີນທີ່ໄດ້ປະກອບສ່ວນແຜນການແບບຈີນເຂົ້າໃນການບໍລິຫານ ໂລກ, ຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນຄວາມເຫັນແລະປະສານງານ ກັນໃນວຽກງານຫຼາຍຝ່າຍ, ເພື່ອຮ່ວມກັນຮັບມືກັບສິ່ງທ້າຍທາຍທີ່ຮີບດ່ວນຕ່າງໆ ໃນໂລກເຊັ່ນຄວາມໝັ້ນຄົງດ້ານສະບຽງອາຫານ ແລະອື່ນໆ, ຮ່ວມກັນປົກ ປັກຮັກສາສັນຕິພາບ,ສະຖຽນລະພາບ ແລະປົກປ້ອງຄວາມຍຸຕິທຳແລະ ຄວາມເປັນທຳ.