ທະນາຄານກາງສ ເກົາຫຼີປັບຂຶ້ນອັດຕາດອກເບ້ຍ 50% ເພື່ອຮັບມືກັບໄພເງິນເຟີ້

2022-07-13 11:19:55 cri



   ວັນທີ 13 ກໍລະກົດນີ້, ທະນາຄານກາງ ສ ເກົາຫຼີໄດ້ປະກາດປັບຂຶ້ນອັດຕາດອກເບ້ຍ 50% ຄື ອັດຕາດອກເບ້ຍພື້ນຖານຈາກ0,5% ປັບຂຶ້ນເປັນ 2,25%.

     ໃນໄລຍະໜຶ່ງຜ່ານມານີ້, ເນື່ອງຈາກໄດ້ຮັບຜົນກະທົບຈາກສະຖານະ ການໂລກ ແລະອື່ນໆ, ເສດຖະກິດສ ເກົາຫຼີໄດ້ປະສົບກັບແຮງກົດດັນເພີ່ມຂຶ້ນເທື່ອລະກ້າວ. ລາຄາສິນຄ້າເພີ່ມສູງຂຶ້ນ, ຄ່າເງິນວອນສ.ເກົາຫຼີຫຼຸດຕ່ຳລົງຢ່າງຕໍ່ເນື່ອງ. ວັນທີ 12 ກໍລະກົດນີ້, ອັດຕາແລກປ່ຽນລະຫວ່າງເງິນວອນຕໍ່ເງິນໂດລາສະຫະລັດໄດ້ຫຼຸດລົງຕ່ຳກວ່າ 1 ໂດລາສະຫະລັດຕໍ່ 1.316 ວອນ ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດໃນຮອບ 13 ປີກວ່າຜ່ານມາ.