ຈັດພິທີສ້າງຕັ້ງກອງປະຊຸມອິນເຕີເນັດໂລກຢູ່ນະຄອນຫຼວງປັກກິ່ງ

2022-07-13 10:49:56 CRI



    ວັນທີ 12 ກໍລະກົດນີ້, ພິທີສ້າງຕັ້ງກອງປະຊຸມອິນເຕີເນັດໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ,ສຳນັກງານໃຫຍ່ອົງການຈັດຕັ້ງສາກົນຂອງກອງປະຊຸມອິນເຕີເນັດໂລກຕັ້ງຢູ່ນະຄອນຫຼວງປັກກິ່ງຂອງຈີນ,ມີຈຸດປະສົງເພື່ອສ້າງເວທີຮ່ວມກັນປຶກສາຫາລື ຮ່ວມກັນກໍ່ສ້າງ ແລະ ຮ່ວມກັນຊົມໃຊ້ເຄືອຂ່າຍອິນເຕີເນັດໂລກ, ຊຸກຍູ້ໃຫ້ປະຊາຄົມໂລກມີທ່ວງທ່າທີ່ທີ່ສອດຄ່ອງກັບການຫັນເປັນດີຈີຕອນ, ຫັນເປັນແບບເຄືອຂ່າຍ ແລະຫັນເປັນ ແບບອັດສະລິຍະ, ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ຮ່ວມກັນສະແຫວງຫາຜົນປະໂຫຍດ້ານການພັດທະນາ ແລະຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳດ້ານເຄືຍຂ່າຍອິນເຕີເນັດ.


     ສະມາຊິກກອງປະຊຸມອິນເຕີເນັດໂລກແມ່ນມາຈາກອົງການຈັດຕັ້ງສາກົນ, ວິສາຫະກິດແຖວໜ້າຂົງເຂດອິນເຕີເນັດທົ່ວໂລກ, ອົງການທີ່ມີຊື່ສຽງ, ອົງການຈັດຕັ້ງຂະແໜງການ ພ້ອມທັງຜູ້ຊ່ຽວຊານ ແລະ ນັກວິຊາການຜູ້ດີເດັ່ນ. ກອງປະຊຸມອິນເຕີເນັດໂລກຈະສ້າງເວທີດຳເນີນການແລກປ່ຽນ ແລະ ການຮ່ວມມືຢ່າງເລິກເຊິ່ງໃຫ້ແກ່ສະມາຊິກທັງຫຼາຍ, ອຳນວຍການບໍລິການ ແລະ ການສະໜັບສະໜູນໃຫ້ແກ່ສະມາຊິກໃນດ້ານຕ່າງໆ ເຊັ່ນ:ການພັດທະນາຕົນເອງ, ການຍົກສູງຄວາມສາມາດ ແລະ ການວາງສະແດງເປັນຕົ້ນ. ສ່ວນກອງປະຊຸມສຸດຍອດອູ່ເຈີ້ນຂອງກອງປະຊຸມອິນເຕີເນັດໂລກຈະຫັນເປັນກອງປະຊຸມປະຈຳປີຂອງອົງການຈັດຕັ້ງສາກົນ, ນອກນີ້ຍັງຈະຈັດເວທີປຶກສາຫາລື ຫຼື ກອງປະຊຸມສຳມະນາທີ່ມີລັກສະນະພາກພື້ນ ແລະ ຫົວຂໍ້ສະເພາະຕື່ມອີກ.


      ຂ່າວແຈ້ງໃຫ້ຮູ້ວ່າ, ມີສະຖາບັນ, ອົງການຈັດຕັ້ງ, ວິສາຫະກິດ ແລະ ບຸກຄົນໃນຂົງເຂດອິນເຕີເນັດຮ້ອຍກວ່າແຫ່ງຂອງເກືອບ 20 ປະເທດທີ່ມາຈາກ 6 ທະວີບໄດ້ເຂົ້າເປັນສະມາຊິກແລ້ວ ໂດຍກາຍເປັນສະມາຊິກຂັ້ນເລີ່ມຕົ້ນຂອງກອງປະຊຸມອິນເຕີເນັດໂລກ.