ການບໍລິການສົ່ງເຄື່ອງດ່ວນຢູ່ຊົນນະບົດຈີນໄດ້ປົກຄຸມ 90%

2022-07-14 14:49:54 cri


ວັນທີ 13 ກໍລະກົດນີ້, ອົງການໄປສະນີແຫ່ງຊາດຈີນໄດ້ປະກາດສະພາບການເຄື່ອນໄຫວຂອງຂະແໜງການໄປສະນີໃນ 6 ເດືອນຕົ້ນປີ 2022. ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: 6 ເດື່ອນທີ່ຜ່ານມານີ້, ການຮັບແລະການສົ່ງເຄື່ອງດ່ວນຢູ່ເຂດຊົນນະບົດຈີນມີທັງໝົດ 21,9 ຕື້ເຄື່ອງ ເຊິ່ງໄດ້ຮັກສາລະດັບເທົ່າທຽມກັນກັບໄລຍະດຽວກັນຂອງປີ 2021.

ນັບມາຮອດທ້າຍເດືອນມິຖຸນາຜ່ານມານີ້, ທົ່ວປະເທດຈີນໄດ້ສ້າງຕັ້ງສະຖານທີ່ບໍລິການສົ່ງເຄື່ອງດ່ວນປະເພດຕ່າງໆຢູ່ຊົນນະບົດ 267.000 ແຫ່ງ, ການບໍລິການຢູ່ຊົນນະບົດຈີນໃນດ້ານນີ້ໄດ້ປົກຄຸມ 90%.

ການສ້າງສະຖານທີ່ບໍລິການດ້ານການຝາກເຄື່ອງແລະສົ່ງເຄື່ອງຢູ່ຊົນນະບົດແຫ່ງໜຶ່ງ ຈະສາມາດຊຸກຍູ້ໃຫ້ຊົນນະບົດເຊື່ອມໂຍງເຂົ້າກັບເຄືອຂ່າຍການບໍລິການໃນທົ່ວປະເທດ, ສາມາດເຮັດໃຫ້ຜະລິດຕະພັນກະສິກຳຕິດຕໍ່ກັບຜູ້ບໍລິໂພກຫຼາຍຮ້ອຍລ້ານຄົນໄດ້ໂດຍກົງ ເຊິ່ງໄດ້ແກ້ໄຂຄວາມຂັດແຍ້ງກັນລະຫວ່າງຊາວກະສິກອນກັບຕະຫຼາດໃຫຍ່ຢ່າງມີປະສິດທິຜົນ.

ການທີ່ຊ່ອງທາງເຂົ້າບ້ານມີຄວາມສະດວກວ່ອງໄວ ໄດ້ກາຍເປັນການຄ້ຳປະກັນທີ່ແຂງແຮງໃຫ້ກັບການເລັ່ງລັດການໝູນວຽນດ້ານເສດຖະກິດລະຫວ່າງຕົວເມືອງແລະຊົນນະບົດ, ຍັງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ກັບການຕອບສະໜອງຄວາມຕ້ອງການດ້ານການບໍລິໂພກຂອງປະຊາຊົນຢູ່ຊົນນະບົດ, ຊຸກຍູ້ການເພີ່ມຜົນຜະລິດແລະການເພີ່ມລາຍຮັບ ແລະຊຸກຍູ້ການບັນລຸຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດຕື່ມອີກ.