ຈີນກ່າວຢ້ຳວ່າ: ການຕັດສິນກ່ຽວກັບຄະດີການຕັດສິນບັນຫາທະເລຈີນໃຕ້ແມ່ນບໍ່ຖືກຕ້ອງຕາມກົດໝາຍແລະບໍ່ມີຜົນສັກສິດ

2022-07-14 14:51:45 cri

ໂດຍແນໃສ່ຖະແຫຼງການຮ່ວມກ່ຽວກັບການຕັດສິນຕໍ່ຄະດີການຕັດສິນບັນຫາທະເລຈີນໃຕ້ທີ່ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນແລະລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເຜີຍແຜ່ໃນເມື່ອບໍ່ດົນມານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 13 ກໍລະກົດນີ້ວ່າ: ການຕັດສິນກ່ຽວກັບຄະດີການຕັດສິນບັນຫາທະເລຈີນໃຕ້ໄດ້ລະເມີດກົດໝາຍສາກົນ ເຊິ່ງລວມທັງ “ສົນທິສັນຍາວ່າດ້ວຍກົດໝາຍທະເລອົງການສະຫະປະຊາຊາດ” ຢ່າງໜັກໜ່ວງ, ແມ່ນບໍ່ຖືກຕ້ອງຕາມກົດໝາຍແລະບໍ່ມີຜົນສັກສິດ. ຈີນບໍ່ຮັບຮອງ ແລະບໍ່ຍອມຮັບການຕັດສິນດັ່ງກ່າວ, ບໍ່ຮັບຮອງຈຸດຢືນແລະການເຄື່ອນໄຫວໃດໆໃນການຕັດສິນຄະດີນີ້, ນີ້ເປັນການກະທຳທີ່ແທ້ຈິງທີ່ປະຕິບັດການປົກຄອງຕາມກົດໝາຍສາກົນ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຫຼັກໝັ້ນຂອງຈີນໃນບັນຫາຄະດີການຕັດສິນບັນຫາທະເລຈີນໃຕ້ໄດ້ຮັບຄວາມເຂົ້າໃຈແລະການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ. ການກະທຳທຸກຮູບແບບທີ່ຢາກລ່ວງລ້ຳອະທິປະໄຕແລະສິດທິຜົນປະໂຫຍດຂອງຈີນດ້ວຍຂໍ້ອ້າງທີ່ປະຕິບັດຕາມການຕັດສິນທີ່ບໍ່ຖືກຕ້ອງຕາມກົດໝາຍນັ້ນ ຈະບໍ່ສາມາດສຳເລັດຜົນໄດ້, ຈີນຈະຕອບໂຕ້ຄືນຕາມກົດໝາຍຢ່າງແນ່ນອນ.

ທ່ານວ່າງເວີນປິ່ນຍັງກ່າວຕື່ມວ່າ: ຈີນແລະປະເທດສະມາຊິກອາຊຽນພວມຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຢ່າງຮອບດ້ານແລະມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຈີນໃຕ້. ຝ່າຍຕ່າງໆໄດ້ເຫັນດີເປັນເອກະພາບກັນວ່າ ຈະແກ້ໄຂບັນຫາທະເລຈີນໃຕ້ຕາມສອງແນວຄິດ ຄື: ໃຫ້ປະເທດທີ່ມີສ່ວນກ່ຽວຂ້ອງໂດຍກົງແກ້ໄຂຄວາມຂັດແຍ້ງທາງທະເລຢ່າງເໝາະສົມໂດຍຜ່ານການສົນທະນາແລະປຶກສາຫາລືຮ່ວມກັນ, ໃຫ້ຈີນແລະປະເທດສະມາຊິກອາຊຽນຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້.