ກອງປະຊຸມມໍລະດົກວັດທະນະທຳກະສິກຳສຳຄັນໃນໂລກຈະຈັດຂຶ້ນລະຫວ່າງວັນທີ 17 ຫາ 19 ກໍລະກົດນີ້

2022-07-14 14:48:29 cri


ປີ 2002, ອົງການອາຫານແລະກະເສດຂອງສະຫະປະຊາຊາດ ຫຼືຟາວ ໄດ້ສະເໜີຂໍ້ລິເລີ່ມມໍລະດົກວັດທະນະທຳກະສິກຳສຳຄັນໃນໂລກ ເຊິ່ງປີນີ້ແມ່ນການສະໜີຂໍ້ລິເລີ່ມນີ້ຄົບຮອບ 20 ປີ. ລະຫວ່າງວັນທີ 17 ຫາ 19 ກໍລະກົດນີ້, ກອງປະຊຸມມໍລະດົກວັດທະນະທຳກະສິກຳສຳຄັນໃນໂລກທີ່ມີຫົວຂໍ້ວ່າ “ປົກປັກຮັກສາມໍລະດົກກະສິກຳຮ່ວມ, ຊຸກຍູ້ການສ້າງຄວາມຈະເລີນຢູ່ຊົນນະບົດຢ່າງຮອບດ້ານ” ຈະຈັດຂຶ້ນຢູ່ເມືອງຊິ່ງຖຽນແຂວງເຈີ້ຈ່ຽງຈີນ.

ມໍລະດົກວັດທະນະທຳກະສິກຳສຳຄັນໃນໂລກແມ່ນໝາຍເຖິງລະບົບກະສິກຳດັ້ງເດີມທີ່ມີຄຸນຄ່າດ້ານວັດທະນະທຳປະຫວັດສາດທີ່ສຳຄັນ ແລະມີຄວາມໝາຍສຳຄັນຕໍ່ກະສິກຳໝູນວຽນດ້ານນິເວດໃນສະໄໝປັດຈຸບັນ. ໂດຍຜ່ານການປົກປັກຮັກສາມໍລະດົກວັດທະນະທຳກະສິກຳສຳຄັນໃນໂລກຢ່າງມີປະສິດທິຜົນ, ຈະສາມາດຂຸດຄົ້ນຄຸນຄ່າຂອງກະສິກຳດັ້ງເດີມໃຫ້ດີກວ່າເກົ່າ, ຂະຫຍາຍສະມັດຖະພາບຫຼາຍຢ່າງຂອງກະສິດກຳ, ບັນລຸການອະນຸລັກລະບົບນິເວດ, ການສືບທອດວັດທະນະທຳແລະການພັດທະນາເສດຖະກິດຢູ່ສະຖານທີ່ມໍລະດົກ, ຊຸກຍູ້ໃຫ້ກະສິກຳພັດທະນາແບບຍືນຍົງ ແລະຊົນນະບົດມີຄວາມຈະເລີນຮຸ່ງເຮືອງ.

ທ່ານສຸຍເພີງເຟີ່ຍ ຫົວໜ້າອົງການຮ່ວມມືສາກົນກະຊວງກະສິກຳແລະຊົນນະບົດຈີນກ່າວວ່າ: ຫວັງວ່າກອງປະຊຸມຄັ້ງນີ້ຈະລິເລີ່ມເວທີການແລກປ່ຽນຄວາມເຫັນທີ່ມີຫຼາຍຝ່າຍຮ່ວມມືກັນ, ລິເລີ່ມແລະເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນທີ່ມີການເຄື່ອນໄຫວເປັນເອກະພາບກັນ, ປະຕິບັດເພື່ອເພີ່ມເນື້ອໃນຄວາມໝາຍຂອງການສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ, ຊຸກຍູ້ການໂຄສະນາແລະການສືບທອດອະລິຍະທຳໃນການຮຽນຮູ້ກະສິກຳເຊິ່ງກັນແລະກັນ.