ອະດີດເຈົ້າໜ້າທີ່ລະດັບສູງຂອງອາເມຣິກາຍອມຮັບວ່າເຄີຍວາງແຜນກໍ່ລັດຖະປະຫານຢູ່ຕ່າງປະເທດ

2022-07-14 12:01:25 cri


ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 13 ກໍລະກົດນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ:ອະດີດເຈົ້າໜ້າທີ່ລະດັບສູງຂອງອາເມຣິກາຍອມຮັບວ່າເຄີຍວາງແຜນກໍ່ລັດຖະປະຫານຢູ່ຕ່າງປະເທດ, ເລື່ອງນີ້ບໍ່ເຮັດໃຫ້ຄົນຕົກສະເງີ້ດອກ.



ມີແຫຼ່ງຂ່າວໄດ້ລາຍງານວ່າ:ໃນເວລາໃຫ້ສຳພາດເມື່ອວັນທີ 12 ກໍລະກົດນີ້, ທ່ານຈອນ ໂຣເບີດ ບອນຕັນທີ່ເຄີຍດຳລົງຕຳແໜ່ງເປັນຜູ້ຊ່ວຍວຽກງານດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາໄດ້ຍອມຮັບວ່າ:ລາວເຄີຍຊ່ວຍວາງແຜນກໍ່ລັດຖະປະຫານຢູ່ປະເທດອື່ນ.ຂ່າວສານລອຍເຕີຂອງອັງກິດລາຍງານວ່າ: ການທີ່ເຈົ້າໜ້າທີ່ອາເມຣິກາຍອມຮັບຢ່າງເປີດເຜີຍວ່າເຄີຍເຂົ້າຮ່ວມການປຸກປັ່ນກໍ່ຄວາມວຸ້ນວາຍຢູ່ຕ່າງປະເທດນັ້ນແມ່ນເລື່ອງທີ່“ບໍ່ທຳມະດາທີ່ສຸດ”.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນກ່າວວ່າ:



“ອະດີດເຈົ້າໜ້າທີ່ອາເມຣິກາຍອມຮັບວ່າເຄີຍວາງແຜນກໍ່ລັດຖະປະຫານຢູ່ ຕ່າງປະເທດ,ເລື່ອງນີ້ບໍ່ເຮັດໃຫ້ຄົນຕົກສະເງີ້ດອກ,ມັນມີແຕ່ສະແດງໃຫ້ເຫັນວ່າ: ການແຊກແຊງວຽກງານພາຍໃນຂອງປະເທດອື່ນເພື່ອໂຄ່ນລົ້ມອຳນາດການປົກຄອງຂອງປະເທດອື່ນນັ້ນໄດ້ກາຍເປັນກົດແຫ່ງການປະພຶດຂອງລັດຖະບານອາເມຣິກາແລ້ວ,ແມ່ນພາກສ່ວນໜຶ່ງຂອງ ‘ກະຕິກາອາເມຣິກາ’ເຊິ່ງກະຕິກາແບບນີ້ມີແຕ່ຈະຖືກປະຊາຊົນຢູ່ໃນໂລກຄັດຄ້ານເທົ່ານັ້ນ.”