ຈັດກອງປະຊຸມໂຕະມົນລະດັບລັດຖະມົນຕີເວທີປຶກສາຫາລືການເມືອງລະດັບສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ

2022-07-15 12:29:59 cri


   ວັນທີ 14 ກໍລະກົດນີ້,ກອງປະຊຸມໂຕະມົນລະດັບລັດຖະມົນຕີເວທີປຶກສາຫາລືການເມືອງລະດັບສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກສະຫະລັດອາເມຣິກາ.ທ່ານຫວງຢູ້ນຊີວ ລັດຖະມົນຕີກະຊວງສິ່ງແວດລ້ອມນິເວດຈີນກ່າວວ່າ:ປັດຈຸບັນ,ມະນຸດຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກເງົາມືດຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19,ຂຸມງົບປະມານດ້ານການບໍລິຫານຄຸ້ມຄອງເຊັ່ນການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນຍັງບໍ່ທັນໄດ້ຖົມ,ການຟື້ນຟຸຂອງເສດຖະກິດໂລກຍັງອ່ອນແອຂາດກຳລັງແຮງ,ການຈັດຕັ້ງປະຕິບັດວາລະ ການພັດທະນາແບບຍືນຍົງຮອດປີ 2030 ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ.



   ທ່ານຫວງຢຸ້ນຊີວໄດ້ແບ່ງປັນຄວາມເຫັນ 3 ຂໍ້,ຄື:ໜຶ່ງ,ຕ້ອງສຸມໃສ່ການ ພັດທະນາຢ່າງໝັ້ນໜຽວບໍ່ປ່ຽນແປງ.ສອງ,ຕ້ອງຫັນປ່ຽນເປັນແບບກາກບອນຕ່ຳ ຢ່າງໝັ້ນໜຽວບໍ່ປ່ຽນແປງ.ສາມ,ຕ້ອງຮ່ວມມືກັນຢ່າງໝັ້ນໜຽວບໍ່ປ່ຽນແປງ.


   ທ່ານຫວງຢຸ້ນຊີວໄດ້ກ່າວຕື່ມວ່າ:ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີ ຂໍ້ລິເລີ່ມວ່າດ້ວຍການພັດທະນາໂລກເມື່ອປີກາຍນີ້ໂດຍມີຈຸດປະສົງເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາ ຊາດ,ຊຸກຍູ້ການສ້າງປະຊາຄົມການພັດທະນາໂລກເຊິ່ງປັດຈຸບັນໄດ້ຮັບສຽງຕອບຮັບແລະການສະໜັບສະໜູນຈາກອົງການຈັດຕັ້ງສາກົນເຊັ່ນອົງການສະຫະປະຊາຊາດເປັນຕົ້ນແລະ 100 ກວ່າປະເທດ.ພວກເຮົາຈະຮ່ວມກັບ ປະຊາຄົມໂລກ,ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມຢ່າງໜັກແໜ້ນເພື່ອຊຸກຍູ້ການ ພັດທະນາໂລກທີ່ເຂັ້ມແຂງກວ່າເກົ່າ ຕາມທິດສີຂຽວແລະປອດໃສໃຫ້ປາກົດຜົນ ເປັນຈິງ.