ສະຫະພາບເອີຣົບມີແຜນຈະໃຊ້ມາດຕະການລົງໂທດຮອບທີ 7 ຕໍ່ຣັດເຊຍ ຫຼາຍປະເທດມີຄວາມເປັນຫ່ວງຈະເຮັດໃຫ້ວິກິດການດ້ານພະລັງງານໜັກໜ່ວງຂຶ້ນອີກ

2022-07-15 14:51:36 CRI


    ໃນຫວ່າງມໍ່ໆມານີ້, ສະຫະພາບເອີຣົບພວມວາງແຜນຈະໃຊ້ມາດຕະການລົງໂທດຮອບທີ 7 ຕໍ່ຣັດເຊຍ, ແຕ່ສຳລັບລາຍລະອຽດ ການລົງໂທດຮອບໃໝ່ຈະລວມເຖິງການຫ້າມບໍ່ໃຫ້ນຳເຂົ້າອາຍແກັສທຳມະຊາດຈາກຣັດເຊຍຫຼື ບໍ່ ແລະບັນຫາອື່ນໆ, ປະເທດສະມາຊິກຕ່າງໆຍັງມີຄວາມເຫັນທີ່ບໍ່ເປັນເອກະພາບກັນ. ບາງປະເທດກ່າວວ່າ, ເປັນເລື່ອງຍາກທີ່ຈະຊອກແຜນທົດແທນອາຍແກັສທຳມະຊາດຂອງຣັດເຊຍໄດ້ໃນໄລຍະສັ້ນໆ, ພ້ອມທັງເປັນຫ່ວງວ່າ ການລົງໂທດຮອບໃໝ່ຕໍ່ຣັດເຊຍຈະເຮັດໃຫ້ວິກິດການດ້ານພະລັງງານຂອງເອີຣົບໜັກໜ່ວງຂຶ້ນອີກ.