ເຂດຊິ່ນຈ່ຽງໄດ້ກາຍເປັນສູນໃຈກາງທີ່ເຊື່ອມຕໍ່ຈີນກັບຕ່າງປະເທດ

2022-07-15 15:52:21 cri


ວັນທີ 12 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມເຂດທ່າບົກສາກົນອູຣຸມກີເຂດຊິ່ນຈ່ຽງຈີນ ໂດຍໄດ້ສຳຫຼວດກວດກາເບິ່ງເຂດຕ່າງໆຂອງສູນເຕົ້າໂຮມຂະບວນລົດໄຟຈີນ-ເອີຣົບທີ່ອູຣຸມກີ ແລະສະພາບການເຄື່ອນໄຫວຂອງດ່ານອາລາຊ່ານໂຂ້ ແລະດ່ານຮົ້ວເອີກົວຊື່ ໂດຍຜ່ານພາບວິດີໂອທີ່ຖ່າຍທອດສົດ. ທ່ານສີຈິ້ນຜິງ ກ່າວວ່າ: ຄຽງຄູ່ກັບການລົງເລິກຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຂດຊິ່ນຈ່ຽງບໍ່ແມ່ນບ່ອນຫ່າງໄກສອກຫຼີກອີກແລ້ວ, ແຕ່ແມ່ນເຂດໃຈກາງແລະສູນຈໍລະຈອນສິນຄ້າ. ທ່ານກ່າວເນັ້ນໜັກວ່າ: ການພັດທະນາແມ່ນພື້ນຖານສຳຄັນຂອງເຂດຊິ່ນຈ່ຽງໃນການສ້າງຄວາມໝັ້ນຄົງຖາວອນ.



ເຂດທ່າບົກສາກົນອູຣຸມກີແມ່ນໜຶ່ງໃນສູນຈໍລະຈອນສິນຄ້າແຫ່ງຊາດແບບທ່າບົກຊຸດທຳອິດຂອງຈີນ ແລະເປັນໂຄງການຫຼັກໝາຍຂອງເຂດໃຈກາງແລວເສດຖະກິດເສັ້ນທາງສາຍໄໝ, ຄຽງຄູ່ກັບການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງບໍ່ຢຸດຢັ້ງ, ເຂດຊິ່ນຈ່ຽງທີ່ມີຊາຍແດນຕິດກັບ 5 ແຂວງທາງພາກຕາເວັນຕົກສຽງເໜືອຂອງປະເທດ ແລະ 8 ປະເທດອາຊີເອີຣົບ ໄດ້ເລັ່ງລັດການເຊື່ອມໂຍງເຊື່ອມຈອດກັນ, ປັບປຸງການສ້າງສາພື້ນຖານໂຄງລ່າງ ແລະຍົກສູງລະດັບການຮ່ວມມືດ້ານເສດຖະກິດການຄ້າກັບຕ່າງປະເທດ, ປັດຈຸບັນ, ເຂດທ່າບົກສາກົນອູຣຸມກີໄດ້ເປີດເສັ້ນທາງຂະບວນລົດໄຟ 21 ສາຍ ທີ່ສາມາດໄປເຖິງ 19 ປະເທດແລະ 26 ຕົວເມືອງໃນເຂດອາຊີເອີຣົບ. ຂະບວນລົດໄຟຕ່າງໆທີ່ເຊື່ອມຕໍ່ຈີນກັບຕ່າງປະເທດ ແມ່ນຊ່ອງທາງຊ່ວຍຊີວິດຂອງປະເທດຕ່າງໆໃນການຮ່ວມກັນຕ້ານພະຍາດໂຄວິດ-19, ຍິ່ງເປັນສາຍທາງຫຼັກແຫຼ່ງຂອງການພັດທະນາຂອງຕ່ອງໂສ້ອຸດສາຫະກຳໃນທົ່ວໂລກ.