ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນອູຣຸມກີເຂດຊິ່ນຈ່ຽງ

2022-07-15 09:27:26 CRI


    ຕອນບ່າຍວັນທີ 12 ຫາຕອນເຊົ້າວັນທີ 13 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປນະຄອນອູຣຸມກີເຂດຊິ່ນຈ່ຽງ, ສຳຫຼວດກວດກາວຽກງານຢູ່ມະຫາວິທະຍາໄລຊິ່ນຈ່ຽງ, ເຂດທ່າບົກສາກົນອູຣຸມກີ, ເຂດຊຸມຊົນກູ້ຢວນຊ້ຽງເມືອງທ່ຽນສ່ານ, ຫໍພິພິທະພັນເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ, ໄດ້ຮັບຮູ້ສະພາບການທີ່ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ, ປະສານສົມທົບກັບການກັນແລະຄວບຄຸມພະຍາດ, ການພັດທະນາເສດຖະກິດສັງຄົມ, ຊຸກຍູ້ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າຢ່າງໜັກແໜ້ນ, ສ້າງສະຕິປະຊາຄົມຊົນຊາດຈີນໃຫ້ແໜ້ນແຟ້ນ ແລະອື່ນໆ.