ເມືອງບູຮານຈ່ຽວເຫີ ທີ່ມີປະຫວັດມາເປັນເວລາພັນປີ ກາຍເປັນຄັງສາງອັນປະເສີດບົນເສັ້ນທາງສາຍໄໝ

2022-07-15 16:21:58 cri



ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ຈີນໄດ້ເດີນທາງໄປນະຄອນທູລູຟານ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ, ໂດຍໄດ້ສຳຫຼວດກວດກາວຽກງານຢູ່ເມືອງບູຮານຈ່ຽວເຫີ ເພື່ອຮັບຮູ້ສະພາບການ ຕ່າງໆເຊັ່ນ ການອະນຸລັກແລະນຳໃຊ້ມໍລະດົກວັດທະນະທຳ ແລະອື່ນໆ.



   ເມືອງບູຮານຈ່ຽວເຫີຕັ້ງຢູ່ເສັ້ນທາງຄົມມະນາຄົມສຳຄັນບົນເສັ້ນທາງສາຍໄໝ ໂດຍມີວັດທະນະທຳຫຼາຍຊະນິດໄດ້ແລກປ່ຽນແລະເຜີຍແຜ່ຢູ່ເມືອງແຫ່ງນີ້. ເມືອງບູຮານຈ່ຽວເຫີໄດ້ສະແດງໃຫ້ເຫັນເຖິງຂະບວນວິວັດທະນາການຈາກຄວາມຈະເລີນຈົນຮອດຄວາມຊຸດໂຊມຂອງອາລິຍະທຳທູລູຟານບູຮານ, ວັດທະນະທຳ ຕົວເມືອງທີ່ຢູ່ລຽບຕາມເສັ້ນທາງສາຍໄໝ, ເຕັກນິກສະຖາປັດຕະຍະກຳ, ການແລກປ່ຽນແລະການເຜີຍແຜ່ຂອງພຸດທະສາສະຫນາພ້ອມດ້ວຍວັດທະນະທຳຊົນເຜົ່າແລະອື່ນໆ, ທັງຫມົດນີ້ລ້ວນແຕ່ມີຄຸນຄ່າສຳຄັນຫຼາຍໃນດ້ານການເມືອງ, ວັດທະນະທຳ, ປະຫວັດສາດ, ສິລະປະແລະດ້ານອື່ນໆ.