ກະຊວງການຕ່າງປະເທດຈີນກ່າວວ່າ: ຄວາມຂັດແຍ່ງລະອຽດບໍ່ແມ່ນເນື້ອໃນທັງໝົດຂອງການພົວພັນລະຫວ່າງຈີນກັບຟິລິບປິນ

2022-07-16 17:54:13 cri

ວັນທີ 15 ກໍລະກົດນີ້, ໃນເວລາແນະນຳສະພາບການກ່ຽວກັບການໄປຢ້ຽມຢາມຟິລິບປິນຂອງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດຈີນ ໃນກອງປະຊຸມຖະແຫຼງຂ່າວປະຈຳ, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໃນໄລຍະຢ້ຽມຢາມຟິລິບປິບ, ທ່ານຫວາງຢີ້ໄດ້ລົງເລິກແລກປ່ຽນຄວາມເຫັນກັບຝ່າຍຟິລິບປິນຢ່າງກົງໄປກົງມາ. ສອງຝ່າຍລ້ວນແຕ່ເຫັນວ່າ, ການທີ່ການພົວພັນລະຫວ່າງຈີນກັບຟິລິບປິນຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງນັ້ນ ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານແລະຍາວໄກຂອງປະຊາຊົນສອງຊາດ, ໄມຕີຈິດມິດຕະພາບລະຫວ່າງສອງປະເທດຈຳເປັນຕ້ອງໄດ້ຮັບການເພີ່ມທະວີຕື່ມອີກ.

ທ່ານວ່າງເວີນປິ່ນກ່າວວ່າ: “ສອງຝ່າຍລ້ວນແຕ່ກ່າວເນັ້ນວ່າ, ບັນຫາທະເລຈີນໃຕ້ບໍ່ແມ່ນເນື້ອໃນທັງໝົດຂອງການພົວພັນລະຫວ່າງຈີນກັບຟິລິບປິນ, ບໍ່ຄວນຕີລາຄາການພົວພັນລະຫວ່າງສອງປະເທດດ້ວຍຄວາມຂັດແຍ່ງລະອຽດ, ບໍ່ຄວນລົບກວນການຮ່ວມມືທົ່ວໄປດ້ວຍຄວາມຂັດແຍ່ງໃດໜຶ່ງ. ຝ່າຍຈີນກ່າວເນັ້ນວ່າ, ຄວນໂຈະຄວາມຂັດແຍ່ງ ຈາກລະດັບຍຸດທະສາດແລະສະພາບການລວມ, ເສີມຂະຫຍາຍສະຕິປັນຍາດ້ານການເມືອງ, ຊຸກຍູ້ການພັດທະນາຮ່ວມກັນ, ເສີມຂະຫຍາຍການຮ່ວມມືເພື່ອໃຫ້ໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ. ຕໍ່ກັບເລື່ອງນີ້, ຝ່າຍຟິລິບປິນໄດ້ໃຫ້ສຽງຕອບຮັບຢ່າງຕັ້ງໜ້າ, ໂດຍຢືນຢັນວ່າ, ຍິນດີແລກປ່ຽນຄວາມເຫັນກັບຝ່າຍຈີນຢ່າງກົງໄປກົງມາ, ຊອກຫາວິທີແກ້ໄຂບົນຈິດໃຈໄມຕີຈິດມິດຕະພາບ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້.”