ຈັດພິທີມອບຮັບເຂົ້າສານງວດທີສອງ ທີ່ຈີນຊ່ວຍເຫຼືອປະເທດສີລັງກາ

2022-07-16 14:42:13 cri

ວັນທີ 14 ກໍລະກົດນີ້, ສະຖານທູດຈີນປະຈຳສີລັງກາ ແລະກະຊວງສຶກສາທິການສີລັງກາ ໄດ້ຈັດພິທີມອບຮັບເຂົ້າສານງວດທີສອງ ຈຳນວນ 1.000 ໂຕນ ທີ່ຈີນໃຫ້ການຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳແກ່ປະເທດສີລັງກາ.

ຈີນໄດ້ວາງແຜນໃຫ້ການຊ່ວຍເຫຼືອເຂົ້າສານ 10.000 ໂຕນແກ່ປະເທດສີລັງກາ ເຊິ່ງລວມທັງ 1.000 ໂຕນ ທີ່ມອບຮັບໃນຄັ້ງນີ້ ເພື່ອໃຊ້ເຂົ້າໃນການສະໜັບສະໜູນໂຄງການອາຫານສຳລັບນັກຮຽນນັກສຶກສາ. ຄາດວ່າການຊ່ວຍເຫຼືອຂອງຈີນຈະສ້າງຜົນປະໂຫຍດໃຫ້ແກ່ນັກຮຽນນັກສຶກສາ 1.100.000 ຄົນຈາກໂຮງຮຽນປະມານ 7.900 ແຫ່ງຢູ່ 9 ແຂວງຂອງປະເທດສີລັງກາ.

ໃນລະຫວ່າງເດືອນເມສາ ຫາເດືອນພຶດສະພາປີ 2022 ນີ້, ລັດຖະບານຈີນໄດ້ປະກາດຈະໃຫ້ການຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳແກ່ປະເທດສີລັງກາ ທີ່ມີມູນຄ່າລວມທັງໝົດ 500 ລ້ານຢວນ ເຊິ່ງລວມທັງຢາປິ່ນປົວ, ນ້ຳມັນເຊື້ອໄຟ, ເຂົ້າສານ ແລະວັດຖຸອື່ນໆທີ່ຕ້ອງການສຸກເສີນ ເພື່ອຊ່ວຍເຫຼືອປະເທດສີລັງກາຮັບມືກັບສະພາບຄວາມຫຍຸ້ງຍາກໃນປັດຈຸບັນ. ນີ້ແມ່ນການຊ່ວຍເຫຼືອລ້າທີ່ມີມູນຄ່າຫຼາຍທີ່ສຸດທີ່ປະເທດສີລັງກາໄດ້ຮັບ ຫຼັງຈາກເກີດວິກິດການດ້ານເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນ.