ທູຕານຸທູດແລະຜູ້ແທນຂອງປະເທດເອີຣົບກາງແລະເອີຣົບຕາເວັນອອກ ປະຈຳຈີນ ເຂົ້າຮ່ວມກິດຈະກຳວັດທະນະທຳດັ້ງເດີມຂອງຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2022-07-16 17:44:36 cri


ວັນທີ 15 ກໍລະກົດນີ້, “ກິດຈະກຳສຳຜັດວັດທະນະທຳແບບດັ້ງເດີມຂອງຈີນ ແຫ່ງການຮ່ວມມືລະຫວ່າງຈີນ-ປະເທດເອີຣົບກາງແລະເອີຣົບຕາເວັນອອກ” ທີ່ມີ ສູນແລກປ່ຽນແລະສຳຜັດວັດທະນະທຳແຫ່ງການຮ່ວມມືຈີນ-ປະເທດເອີຣົບກາງແລະເອີຣົບຕາເວັນອອກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທູຕານຸທູດແລະຜູ້ແທນຂອງຫຼາຍປະເທດເອີຣົບກາງແລະເອີຣົບຕາເວັນອອກປະຈຳຈີນ ໄດ້ເຂົ້າຮ່ວມກິດຈະກຳ ແລະສຳຜັດກັບ ວັດທະນະທຳ ດັ້ງເດີມຂອງຈີນ ເງລວມທັງ ຢາພື້ນເມືອງຈີນ, ສີລະປະຊາແລະກິດຈະກຳອື່ນໆ, ພ້ອມທັງໄດ້ຕີລາຄາສູງຕໍ່ກິດຈະກຳດັ່ງກ່າວ.




ທ່ານ ດູຊານ ເບລາ, ເອກອັກຄະລັດຖະທູດສະໂລວັກປະຈຳຈີນ ໄດ້ສຳຜັດກັບລາຍການນວດແບບແພດແຜນຈີນເປັນເທື່ອທີສອງໃນປີນີ້ຈາກກິດຈະກຳດັ່ງກ່າວ. ຕາມທ່ານໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ຢາພື້ນເມືອງຈີນໄດ້ຮັບການຮັບຮູ້ນັບມື້ນັບກວ້າງຂວາງກວ່າເກົ່າຢູ່ສະໂລວັກ, ຄລີນິກທີ່ສາມາດດຳເນີນການປິ່ນປົວດ້ວຍຢາພື້ນເມືອງຈີນກໍ່ໄດ້ມີການເພີ່ມຂຶ້ນ. ໃນຖານະເປັນລະບົບທິດສະດີແພດສາດທີ່ມີພື້ນຖານປະຫວັດສາດວັດທະນະທຳມາຫຼາຍພັນປີ, ຢາພື້ນເມືອງຈີນສາມາດອຳນວຍແຜນການປິ່ນປົວທີ່ຍາວນານກວ່າແລະມີປະສິດທິພາບກວ່າໃຫ້ຄົນທັງຫຼາຍ.