ອີຣານຕິຕຽນອາເມຣິກາມີເຈດຕະນາສ້າງສະຖານະການເຄັ່ງຕຶງແລະສ້າງວິກິດການຢູ່ເຂດຕາເວັນອອກກາງ

2022-07-18 14:00:34 CRI


     ວັນທີ 17 ກໍລະກົດປີ 2022 ນີ້, ທ່ານນາແຊວ ຄານານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ອາເມຣິກາສືບຕໍ່ນຳໃຊ້ນະໂຍບາຍສ້າງຄວາມຢ້ານກົວຕໍ່ອີຣານ ແຕ່ໄດ້ປະລາໄຊມາໂດຍຕະຫຼອດ ເພື່ອສ້າງສະຖານະການເຄັ່ງຕຶງແລະສ້າງວິກິດການຢູ່ເຂດຕາເວັນອອກກາງ, ພ້ອມກັນນັ້ນ, ອາເມຣິກາຍັງໄດ້ແຊກແຊງວຽກງານພາຍໃນຂອງບັນດາປະເທດໃນພາກພື້ນຢ່າງບໍ່ຢຸດຢັ້ງ, ຍຶດຄອງດິນແດນແລະຮຸກຮານປະເທດອື່ນດ້ວຍກຳລັງການທະຫານ, ຂາຍອາວຸດຢ່າງຂະໜາດໃຫຍ່, ແລະເຜີຍແຜ່ລັດທິເຊີດຊູກຳລັງຮົບໃນພາກພື້ນ.


     ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຢ້ຽມຢາມອິດສະຣາແອນ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຂອງປາເລັສຕິນ ແລະອາຣັບບີຊາອູດິດລະຫວ່າງວັນທີ 13 ຫາວັນທີ 16 ກໍລະກົດນີ້. ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງແລະການພັດທະນາຢູ່ອາຣັບບີຊາອູດິດໃນວັນທີ 16 ກໍລະກົດນີ້, ທ່ານໂຈ ໄບເດັນກ່າວວ່າ: ການເຄື່ອນໄຫວຂອງອີຣານກຳລັງທຳລາຍສະຖຽນລະພາບຂອງພາກພື້ນ, ອາເມຣິກາຈະບໍ່ອະນຸຍາດໃຫ້ອີຣານມີອາວຸດນິວເຄຣຍຢ່າງເດັດຂາດ.