ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ລາວ

2022-07-19 13:55:50 CRI


     ວັນທີ 18 ກໍລະກົດປີ 2022 ນີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ລາວໄດ້ຈັດຂຶ້ນຜ່ານທາງອອນລາຍແລະອອຟລາຍ. ທ່ານສຸຍນີງນີງ ປະທານຄະນະບໍລິຫານງານສະພາການຄ້າຈີນ-ອາຊຽນ ທັງເປັນປະທານຄະນະກຳມະການການຮ່ວມມືດ້ານການຜະລິດອາເຊັບໄດ້ມີຂໍ້ສະເໜີໃນເວລາກ່າວຄຳປາໄສວ່າ: ຄວນສຸມກຳລັງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ, ພິຈາລະນາເຖິງຄວາມເອົາໃຈໃສ່ຂອງທັງສອງຝ່າຍ, ດຳເນີນການຮ່ວມມືຢ່າງລະອຽດແລະຕິດແທດຕົວຈິງ, ເພື່ອເພີ່ມພະລັງແຮງແລະພະລັງຊີວິດເຂົ້າໃນການຂະຫຍາຍການພົວພັນລະຫວ່າງສອງປະເທດດ້ວຍໝາກຜົນການຮ່ວມມື.



     ທ່ານຈ່ຽງໄຈ້ຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວກ່າວຄຳປາໄສວ່າ: ຈີນແລະລາວລ້ວນແຕ່ໃຫ້ຄວາມສຳຄັນທີ່ສຸດຕໍ່ການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ພ້ອມທັງຄວາມຮັບຮູ້ທີ່ເປັນເອກະພາບກັນແລະການເຄື່ອນໄຫວອັນຕັ້ງໜ້າໃນການຮ່ວມກັນຊຸກຍູ້ການສ້າງໜຶ່ງແລວໜຶ່ງເສັ້ນທາງ. ປັດຈຸບັນນີ້, ຈຸດສຳຄັນໃນການນຳໃຊ້ເສັ້ນທາງລົດໄຟຈີນ-ລາວໃຫ້ດີແມ່ນດຳເນີນການພັດທະນາສັງລວມໃຫ້ດີ, ສອງປະເທດໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບເລື່ອງນີ້. ເສດຖະກິດການຄ້າລະຫວ່າງສອງຝ່າຍມີລັກສະນະຊ່ວຍຊູຍູ້ໜູນກັນຫຼາຍຂຶ້ນ, ສະນັ້ນຈະມີອະນາຄົດທີ່ສະຫວ່າງສະໄຫວ.



     ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຈີນກ່າວຄຳປາໄສວ່າ: ລາວກັບຈີນໄດ້ສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ ແລະວຽກງານອື່ນໆຢ່າງສະເໝີຕົ້ນສະເໝີປາຍ. ສອງປະເທດມີໂຄງການຮ່ວມມືຈຳນວນຫຼາຍ, ຕົວຢ່າງຄື: ເສັ້ນທາງລົດໄຟລາວ-ຈີນທີ່ໄດ້ເປີດບໍລິການຢ່າງເປັນທາງການໃນທ້າຍປີ 2021, ໂຄງການຮ່ວມມືດາວທຽມລາວ-ຈີນ ແລະໂຄງການອື່ນໆ.



     ທ່ານສຸຍນີງນີງ ປະທານຄະນະບໍລິຫານງານສະພາການຄ້າຈີນ-ອາຊຽນ ທັງເປັນປະທານຄະນະກຳມະການການຮ່ວມມືດ້ານການຜະລິດອາເຊັບກ່າວວ່າ: ປີ 2021 ຜ່ານມາ, ການຄ້າລະຫວ່າງຈີນ-ລາວໄດ້ເຕີບໂຕ 21,4%. ປັດຈຸບັນ, ຈີນກາຍເປັນຄູ່ການຄ້າໃຫຍ່ອັນດັບ 2 ແລະປະເທດສົ່ງອອກໃຫຍ່ອັນດັບ 1 ຂອງລາວ, ແລະເປັນປະເທດທີ່ລົງທຶນຢູ່ລາວຫຼາຍທີ່ສຸດ. ສອງປະເທດຄວນພິຈາລະນາເຖິງຄວາມເອົາໃຈໃສ່ຂອງທັງສອງຝ່າຍ, ເພີ່ມພະລັງແຮງແລະພະລັງຊີວິດເຂົ້າໃນການຂະຫຍາຍການພົວພັນລະຫວ່າງສອງປະເທດດ້ວຍໝາກຜົນການຮ່ວມມື. ໂດຍສະເພາະຄວນເພີ່ມທະວີການຮ່ວມມືລະຫວ່າງວົງການອຸດສາຫະກຳແລະການຄ້າສອງຝ່າຍໂດຍແນໃສ່ບັນຫາເສດຖະກິດຕ່າງໆທີ່ຕ້ອງການແກ້ໄຂດ່ວນຢູ່ລາວໃນປັດຈຸບັນນີ້.



     ທ່ານມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າລາວກ່າວວ່າ: ລາວໄດ້ປະຕິບັດນະໂຍບາຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດແລະຊຸກຍູ້ການຄ້າມາໂດຍຕະຫຼອດ, ຕົວຢ່າງຄື: ສະໜັບສະໜູນການສ້າງເຂດເສດຖະກິດພິເສດ ແລະອື່ນໆ. ການທີ່ຈີນລົງທຶນຢູ່ລາວໄດ້ປະກອບສ່ວນອັນສຳຄັນແລະແທ້ຈິງເຂົ້າໃນການພັດທະນາເສດຖະກິດສັງຄົມຂອງລາວ.



     ທ່ານທະນູສອນ ພົນອາມາດ ຮອງປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວກ່າວວ່າ: ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ແລະການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດຕື່ມອີກ. ສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື ອາເຊັບກຳລັງຊຸກຍູ້ການຮ່ວມມືໃນຂະແໜງການປຸງແຕ່ງແລະການຜະລິດລະຫວ່າງສອງປະເທດພ້ອມທັງການລົງທຶນໃຫ້ມີການເຕີບໂຕ, ຫວັງວ່າຜ່ານຈາກກອງປະຊຸມຄັ້ງນີ້, ຈະມີວິສາຫະກິດຈີນຫຼາຍກວ່າເກົ່າເຂົ້າໄປລົງທຶນຢູ່ຂົງເຂດຕ່າງໆຂອງລາວ, ຊ່ວຍໃຫ້ລາວຟື້ນຟູແລະພັດທະນາເສດຖະກິດ.


     ກອງປະຊຸມຄັ້ງນີ້ແມ່ນສະພາການຄ້າຈີນ-ອາຊຽນ, ຄະນະກຳມະການການຮ່ວມມືດ້ານການຜະລິດອາເຊັບ, ສະຖານທູດລາວປະຈຳຈີນ ແລະສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວເປັນເຈົ້າພາບຮ່ວມກັນຈັດຂຶ້ນ, ໂດຍໄດ້ຮັບການຊ່ວຍເຫຼືອຈາກສະມາຄົມສົ່ງເສີມການຄ້າແຂວງລຽວນີງຈີນ.