ໄຂກອງປະຊຸມມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກຢູ່ນະຄອນຊິ່ງທຽນແຂວງເຈີ້ຈ່ຽງຂອງຈີນ

2022-07-19 15:36:59 cri

      ກອງປະຊຸມມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກໄດ້ໄຂຂຶ້ນຢູ່ນະຄອນຊິ່ງທຽນແຂວງເຈີ້ຈ່ຽງຂອງຈີນໃນວັນທີ 18 ກໍລະກົດນີ້. ທ່ານ ຫູຊຸ່ນຮວາ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂ ແລະອ່ານສານຊົມເຊີຍຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນພ້ອມທັງກ່າວຄຳປາໄສ.

      ທ່ານ ຫູຊຸ່ນຮວາ ຊີ້ໃຫ້ເຫັນວ່າ: ຈີນແມ່ນໜຶ່ງໃນບັນດາປະເທດທີ່ໄດ້ເຂົ້າຮ່ວມວຽກງານມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກມາເປັນເວລາດົນກວ່າໝູ່. ນັບມາຮອດປັດຈຸບັນນີ້, ຈີນໄດ້ມີມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກທັງໝົດ 18 ໂຄງການ, ໄດ້ກາຍເປັນຜູ້ປະກອບສ່ວນທີ່ສຳຄັນແລະຜູ້ຈັດຕັ້ງປະຕິບັດດ້ວຍຜົນສຳເລັດໃນດ້ານວຽກງານມໍລະດົກວັດທະນະທຳກະສິກຳທີ່ສຳຄັນຂອງໂລກ.

      ທ່ານ ຫູຊຸ່ນຮວາ ກ່າວເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ອະນຸລັກມໍລະດົກວັດທະນະທຳກະສິກຳຮ່ວມກັນ,ຊຸກຍູ້ຄວາມຈະເລີນຢູ່ໃນຊົນນະບົດຢ່າງຮອບດ້ານ” ໄດ້ສ້າງເວທີແລກປ່ຽນໂດຍຫັນເປັນແບບກົນໄກ ເພື່ອຊຸກຍູ້ໃຫ້ດຳເນີນການຮ່ວມມືແບບຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງບັນດາເຂດທີ່ຕັ້ງມໍລະດົກ.