ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2 ປະກາດຕາຕະລາງເວລາຂອງງານຖະແຫຼງຂ່າວແນະນຳສິນຄ້າໃໝ່ ເຊິ່ງຈະມີສິນຄ້າ 104 ຢ່າງຂອງ 68 ເຄື່ອງໝາຍສິນຄ້າເຂົ້າຮ່ວມ

2022-07-19 14:48:40 cri


ກອງເລຂາຄະນະກຳມະການຈັດງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2 ແຈ້ງຂ່າວວ່າ, ຫວ່າງບໍ່ດົນມານີ້, ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2 ໄດ້ປະກາດຕາຕະລາງເວລາຂອງງານຖະແຫຼງຂ່າວແນະນຳສິນຄ້າໃໝ່, ມີເຄື່ອງໝາຍສິນຄ້າສາກົນແລະຈີນຈຳນວນຫຼວງຫຼາຍຈະນຳເອົາສິນຄ້າໃໝ່ມາເຂົ້າຮ່ວມງານ.


ຂ່າວແຈ້ງໃຫ້ຮູ້ວ່າ, ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 2 ຈະຍຶດໝັ້ນ “ເນັ້ນໃສ່ສິນຄ້າທີ່ມີຄຸນນະພາບດີ”, ການແນະນຳ, ວາງສະແດງສິນຄ້າໃໝ່ຈະເຕົ້າໂຮມສິນຄ້າທີ່ມີຄຸນນະພາບດີຈຳນວນຫຼວງຫຼາຍ, ສຸມກຳລັງເພື່ອສ້າງທ່າການຄ້າເສລີໄຫຫຼຳເປັນສູນນຳພາການວາງສະແດງສິນຄ້າບໍລິໂພກທີ່ທັນສະໄໝຢ່າງເປັນກ້າວໆ.


ຢູ່ເທີງເວທີແນະນຳສິນຄ້າໃໝ່, 68 ເຄື່ອງໝາຍສິນຄ້າ ທີ່ມາຈາກວິສາຫະກິດ 28 ແຫ່ງ ຈະນຳເອົາສິນຄ້າໃໝ່ທີ່ມີການອອກແບບແລະລະບົບທີ່ແຕກຕ່າງກັນ 104 ຢ່າງມາວາງສະແດງ, ລວມທັງສິນຄ້າໃນຂົງເຂດຕ່າງໆ, ເຊັ່ນ: ເຄື່ອງສຳອາງນ້ຳຫອມ, ເຄື່ອງປະດັບເອ້, ເຄື່ອງດື່ມປະເພດເຫຼົ້າ, ອາຫານ, ເອເລັກໂຕຼນິກ ແລະອື່ນໆ.