ຕາມຂ່າວCRI: ຫວ່າງບໍ່ດົນມານີ້, ຈີນໄດ້ເປີດເຜີຍຕົວເລກເສດຖະກິດໃນ 6 ເດືອນຕົ້ນປີ 2022 ນີ້ໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນ ປະເທດ ຫຼື GDP ຂອງຈີນໄດ້ລື່ນກາຍມູນຄ່າ 56,000 ຕື້ຢວນ, ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ຖ້າທຽບໃສ່ການ ເຕີບໂຕທີ່ມີຄວາມໄວສູງໃນໄລຍະຜ່ານມາ, ການເຕີບໂຕດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2022 ນີ້ແມ່ນຊ້າລົງໜ້ອຍໜຶ່ງ, ແຕ່ເມື່ອພິຈາລະນາເຖິງສະພາບແວດລ້ອມດ້ານເສດຖະກິດທີ່ສັບສົນໃນປີນີ້, ທ່ານຟູ້ລີງຮຸ່ຍ, ໂຄສົກກົມສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ:ເສດຖະກິດຈີນສາມາດປ້ອງກັນຜົນກະທົບໄດ້ເກີນຄາດໝາຍແລະຮັກສາການເຕີບໂຕຢ່າງຕໍ່ເນື່ອງ, ເຖິງວ່າຈະມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ.
ທ່ານຟູ້ລີງຮຸຍ, ໂຄສົກກົມສະຖິຕິແຫ່ງຊາດຈີນກ່າວຕື່ມວ່າ, ໃນໄລຍະຕໍ່ໜ້ານີ້, ເຖິງວ່າການເຄື່ອນໄຫວດ້ານເສດຖະກິດຈະປະເຊີນໜ້າກັບສິ່ງທ້າທາຍແລະຄວາມຫຍຸ້ງຍາກຫຼາຍຢ່າງ,ແຕ່ວ່າພື້ນຖານດ້ານເສດຖະກິດຂອງຈີນທີ່ມີທ່າອ່ຽງດີຂຶ້ນໃນໄລຍະຍາວແມ່ນບໍ່ມີການປ່ຽນແປງ.