ຈີນຮຽກຮ້ອງໃຫ້ອາເມຣິກາຍົກເລີກແຜນການຂາຍອາວຸດໃຫ້ໄຕ້ຫວັນ

2022-07-19 15:24:07 cri

      ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ກໍລະກົດນີ້, ມີນັກຂ່າວຖາມວ່າ: ຕໍ່ກໍລະນີມີລາຍງານຂ່າວແຈ້ງວ່າ: ວັນທີ 15 ກໍລະກົດນີ້, ອົງການຮ່ວມມືດ້ານຄວາມໝັ້ນຄົງແລະການປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ກະຊວງການຕ່າງປະເທດອາເມຣິກາໄດ້ອະນຸມັດໃຫ້ຈຳໜ່າຍແລະຊ່ວຍເຫຼືອເຕັກນິກທາງການທະຫານທີ່ມີມູນຄ່າທັງໝົດ 108 ລ້ານໂດລາສະຫະລັດແກ່ “ສຳນັກງານເສດຖະກິດ-ວັດທະນະທຳໄຕເປປະຈຳອາເມຣິກາ”. ຈີນມີຄຳເຫັນແນວໃດກ່ຽວກັບເລື່ອງນີ້?

      ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາຂາຍອາວຸດໃຫ້ເຂດໄຕ້ຫວັນຂອງຈີນໄດ້ຝືນກັບຫຼັກການປະເທດຈີນດຽວແລະຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາໂດຍສະເພາະແມ່ນຂໍ້ກຳນົດໃນຖະແຫຼງການ 17 ສິງຫາທີ່ສອງຝ່າຍເຊັນກັນໃນປີ 1982 ຢ່າງໜັກໜ່ວງ, ໂດຍໄດ້ທຳລາຍອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ທຳລາຍການພົວພັນລະຫວ່າງສອງປະເທດກໍຄືສັນຕິພາບແລະສະຖຽນລະພາບຢູ່ເຂດສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ, ຈີນເດັດດ່ຽວຄັດຄ້ານແລະກ່າວປະນາມຢ່າງຮຸນແຮງ,ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາກ່ຽວກັບເລື່ອງນີ້.

      ທ່ານ ຫວ່າງເຫວີນປິ່ນ ກ່າວຕື່ມວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາເຄົາລົບແລະປະຕິບັດຕາມຫຼັກການປະເທດຈີນດຽວແລະຂໍ້ກຳນົດໃນຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາ,ຍົກເລີກແຜນການຂາຍອາວຸດໃຫ້ກັບໄຕ້ຫວັນດັ່ງກ່າວ,ຍຸດຕິການຂາຍອາວຸດໃຫ້ໄຕ້ຫວັນແລະການຕິດຕໍ່ພົວພັນທາງການທະຫານລະຫວ່າງອາເມຣິກາກັບເຂດໄຕ້ຫວັນ,ຍຸດຕິການເຮັດໃຫ້ສະຖານະການຢູ່ສອງຝັ່ງຊ່ອງແຄບໄຕ້ຫວັນມີຄວາມເຄັ່ງຕຶງຂຶ້ນ. ຈີນຈະສືບຕໍ່ນຳໃຊ້ມາດຕະການທີ່ເດັດດ່ຽວແລະເຂັ້ມແຂງ,ເພື່ອປົກປ້ອງອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນຢ່າງເດັດດ່ຽວໜຽວແໜ້ນ.