ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການໂຄ່ນລົ້ມອຳນາດການປົກຄອງຂອງປະເທດອື່ນແມ່ນເນື້ອໃນສຳຄັນຂອງນະໂຍບາຍການຕ່າງປະເທດອາເມລິກາ

2022-07-19 14:51:56 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ກໍລະກົດນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ, ການໂຄ່ນລົ້ມອຳນາດການປົກຄອງຂອງປະເທດອື່ນແມ່ນເນື້ອໃນສຳຄັນຂອງນະໂຍບາຍການຕ່າງປະເທດອາເມລິກາ.


ກ່ອນໜ້ານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຈອນ ໂບຕັນ, ອະດີດຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ ໄດ້ຍອມຮັບວ່າ: ຕົວເອງເຄີຍຊ່ວຍວາງແຜນກໍ່ລັດຖະປະຫານຢູ່ປະເທດອື່ນ. ຕາມຂ່າວລາຍງານວ່າ, ເວົ້າສຳລັບອາເມຣິກາແລ້ວ, ການປຸກປັ່ນກໍ່ລັດຖະປະຫານຢູ່ປະເທດອື່ນ ແມ່ນເລື່ອງທຳມະດາທີ່ສຸດ. ທ່ານວ່າງເວີນປິ່ນ ໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານກ່າວຕື່ມວ່າ:


“ໃນຫຼາຍປີທີ່ຜ່ານມາ, ອາເມຣິກາເຄີຍສ້າງຄວາມປັ່ນປ່ວນວຸ້ນວາຍທາງການເມືອງຢູ່ອາເມຣິກາລາຕີນ, ເຄີຍເຂົ້າຮ່ວມສ້າງຄວາມປັ່ນປ່ວນດ້ານການເມືອງຢູ່ເຂດຕາເວັນອອກກາງ, ເຊັ່ນ ‘ລະດູບານໃໝ່ຂອງອາຣັບ’ແລະອື່ນໆ, ປຸກປັ່ນ ‘ການປະຕິວັດສີ’ ຢູ່ເອີຣົບແລະອາຊີ, ເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາ ໄດ້ສະໜັບສະໜູນຝ່າຍຄ້ານຂອງປະເທດອື່ນກໍ່ການເປັນປໍລະປັກກັນທາງການເມືອງ ຢູ່ຕາມຖະໜົນໂດຍກົງເລີຍ. ຖ້ອຍຄວາມຂອງທ່ານໂບຕັນ ສະແດງໃຫ້ເຫັນວ່າ: ບຸກຄົນສຳຄັນທາງການເມືອງຂອງອາເມຣິກາປຸກປັ່ນ ‘ລະບຽບການສາກົນທີ່ເຄື່ອນໄຫວຢູ່ບົນພື້ນຖານກະຕິກາ’, ແມ່ນລະບຽບການເພື່ອຮັບປະກັນໃຫ້ອາເມຣິກາສາມາດແຊກແຊງວຽກງານພາຍໃນຂອງປະເທດອື່ນແລະໂຄ່ນລົ້ມອຳນາດການປົກຄອງຂອງປະເທດອື່ນໄດ້ຕາມລຳພັງໃຈ. ພວກທີ່ຄືກັນກັບທ່ານໂບຕັນແນ່ນອນຫວັງຢາກຮັກສາ ‘ລະບຽບການ’ ແບບນີ້ທີ່ສຸດ, ແຕ່ລະບຽບການດັ່ງກ່າວຊ້ຳພັດເປັນສິ່ງທີ່ປະຊາຊົນທົ່ວໂລກຮັບເອົາບໍ່ໄດ້.”