ມະເລເຊຍມ້າງຄະດີຄ້າຂາຍງາຊ້າງເຖື່ອນໃຫຍ່ທີ່ສຸດໃນປະຫວັດສາດ

2022-07-19 14:50:41 cri

ວັນທີ 18 ກໍລະກົດນີ້, ດ່ານພາສີມະເລເຊຍປະກາດວ່າ, ມະເລເຊຍໄດ້ມ້າງຄະດີຄ້າຂາຍຜະລິດຕະພັນສັດປ່າໃນວັນທີ 10 ກໍລະກົດນີ້, ຢຶດງາຊ້າງໄດ້ເຖິງ 6000 ກິໂລ, ແມ່ນຄະດີຄ້າຂາຍງາຊ້າງເຖື່ອນໃຫຍ່ທີ່ສຸດໃນປະຫວັດສາດມະເລເຊຍ.


ຕາມຂ່າວສານມະເລເຊຍລາຍງານວ່າ, ຜະລິດຕະພັນສັດປ່າທີ່ຢຶດໄດ້ຢູ່ດ່ານພາສີໃນເທື່ອນີ້ ລວມທັງ: ງາຊ້າງ, ນໍແຮດ, ແຂ້ວເສືອແລະອື່ນໆ, ມີມູນຄ່າຫຼາຍກວ່າ 80 ລ້ານລິງກິດຫຼືປະມານ 18 ລ້ານໂດລາສະຫະລັດ.