ປິດງານມະຫະກຳກິລາໂລກຄັ້ງທີ 11

2022-07-19 15:39:41

       ງານມະຫະກຳກິລາໂລກຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນເບີມິງແຮມລັດອາລາບາມາປະເທດອາເມຣິກາໄດ້ປິດລົງໃນວັນທີ 17 ກໍລະກົດນີ້, ຄະນະນັກກິລາຂອງຈີນໄດ້ຮັບ 9 ຫຼຽນຄຳ, 4 ຫຽນເງິນ ແລະ 1 ຫຼຽນທອງ, ເປັນອັນດັບທີ 10 ໃນການຈັດອັນດັບຕາຕະລາງສະຫຼຸບຫຼຽນທັງໝົດ.

      ໃນເວລາ 10 ວັນຂອງການຈັດແຂ່ງຂັນງານມະຫະກຳກິລາໂລກຄັ້ງນີ້ໄດ້ຊີງໄຊກັນທັງໝົດ 223 ຫຼຽນຄຳ. ໃນນັ້ນເຢຍລະມັນໄດ້ຊະນະເລີດອັນດັບ 1 ຍາດໄດ້ 24 ຫຼຽນຄຳ, 7 ຫຼຽນເງິນແລະ 15 ຫຼຽນທອງ, ອາເມຣິກາເປັນອັນດັບ 2 ແລະອູແກຣນເປັນອັນດັບ 3.