ນາຍົກລັດຖະມົນຕີຈີນພົບປະກັບປະທານເວທີປຶກສາຫາລືເສດຖະກິດໂລກ

2022-07-20 14:21:00 cri


ຕອນຄ່ຳວັນທີ 19 ກໍລະກົດນີ້, ຢູ່ຫໍສະພາປະຊາຊົນຈີນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານຄຣາວສ ສວາບ, ປະທານເວທີປຶກສາຫາລືເສດຖະກິດໂລກ ຜ່ານທາງວິດີໂອ.


ທ່ານຫຼີເຄີ້ສຽງກ່າວວ່າ: ປັດຈຸບັນ, ການພັດທະນາຂອງທົ່ວໂລກໄດ້ຜະເຊີນໜ້າກັບປັດໄຈບໍ່ແນ່ນອນແລະບໍ່ໝັ້ນທ່ຽງຫຼາຍຢ່າງ. ປະຊາຄົມໂລກຄວນມີຄວາມໝັ້ນໃຈຢ່າງໜັກແໜ້ນກວ່າເກົ່າ, ຮັກສາສັນຕິພາບແລະສະຖຽນລະພາບ, ເພີ່ມທະວີການສົນທະນາແລະການແລກປ່ຽນ, ຮ່ວມກັນຮັບມືກັບສິ່ງທ້າທາຍ. ບໍ່ວ່າສະຖານະການສາກົນປ່ຽນແປງໄປແນວໃດກໍຕາມ, ຈີນຈະຍຶດໝັ້ນປະຕິບັດຕາມນະໂຍບາຍພື້ນຖານທີ່ເປີດປະຕູສູ່ພາຍນອກຢ່າງໝັ້ນໜຽວບໍ່ປ່ຽນແປງ, ຍິນດີເພີ່ມທະວີການສົນທະນາແລະການແລກປ່ຽນກັບຝ່າຍຕ່າງໆ, ສ້າງເງື່ອນໄຂເພື່ອດຳເນີນການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.


ທ່ານສວາບກ່າວວ່າ, ເວທີປຶກສາຫາລືເສດຖະກິດໂລກໄດ້ຮັກສາການພົວພັນຄູ່ຮ່ວມມືທີ່ດີກັບຈີນ ໃນ 40 ກວ່າປີທີ່ຜ່ານມາ. ເວທີປຶກສາຫາລືເສດຖະກິດໂລກຍິນດີລົງເລິກການຮ່ວມມືກັບຈີນ, ພ້ອມທັງເພີ່ມທະວີການແລກປ່ຽນແລະການຮ່ວມມືກັບສາກົນແລະພາກພື້ນ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ ເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຫັນປ່ຽນຮູບແບບອຸດສາຫະກຳແລະຊຸກຍູ້ຄວາມຍຸຕິທຳທາງສັງຄົມ.