ໂຄສົກຫ້ອງການວຽກງານເຂດໄຕ້ຫວັນຂອງຄະນະລັດຖະບານຈີນກ່າວວ່າ: ເດັດດ່ຽວຄັດຄ້ານປະທານສະພາຕ່ຳອາເມຣິກາໄປຢ້ຽມຢາມເຂດໄຕ້ຫວັນ

2022-07-20 14:23:20 cri


ມີສື່ມວນຊົນລາຍງານວ່າ: ທ່ານນາງນານຊີ ເປໂລຊີ, ປະທານສະພາຕ່ຳອາເມຣິກາອາດຈະໄປຢ້ຽມຢາມເຂດໄຕ້ຫວັນຈີນໃນເດືອນສິງຫາໜ້ານີ້. ວັນທີ 19 ກໍລະກົດນີ້, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງ ຈູ່ເຟີ້ງລຽນ, ໂຄສົກ ຫ້ອງການວຽກງານເຂດໄຕ້ຫວັນຂອງຄະນະລັດຖະບານຈີນກ່າວວ່າ: ກ່ຽວກັບທ່ານນາງເປໂລຊີ ວາງແຜນໄປຢ້ຽມຢາມເຂດໄຕ້ຫວັນຈີນ, ພວກຂ້າພະເຈົ້າໄດ້ສະແດງຫຼັກໝັ້ນຢ່າງເຄັ່ງຂຶມມາຫຼາຍເທື່ອແລ້ວວ່າ. ຈີນເດັດດ່ຽວຄັດຄ້ານການໄປມາຫາສູ່ກັນຢ່າງເປັນທາງການລະຫວ່າງອາເມຣິກາກັບເຂດໄຕ້ຫວັນດ້ວຍທຸກຮູບແບບ, ເດັດດ່ຽວຄັດຄ້ານທ່ານນາງເປໂລຊີໄປຢ້ຽມຢາມເຂດໄຕ້ຫວັນ. ໃນໄລຍະທີ່ຜ່ານມາ, ສະມາຊິກລັດຖະສະພາອາເມຣິກາຈຳນວນໜຶ່ງໄດ້ມີຖ້ອຍຄວາມແລະການກະທຳທີ່ທ້າທາຍເກາະຜິດກ່ຽວກັບບັນຫາເຂດໄຕ້ຫວັນ, ສະໜັບສະໜູນອິດທິກຳລັງແບ່ງແຍກໄຕ້ຫວັນທີ່ຫວັງຢາກໃຫ້ເຂດໄຕ້ຫວັນເປັນເອກະລາດ, ສະໜັບສະໜູນການກະທຳທີ່ມີເຈຕະນາຢາກໃຫ້ເຂດໄຕ້ຫວັນເປັນເອກະລາດຂອງເຈົ້າໜ້າທີ່ພັກມິນຈີ້ນ, ມີຈຸດປະສົງແລະເຈຕະນາຈຳກັດຈີນດ້ວຍເຂດໄຕ້ຫວັນ, ກີດຂວາງຂະບວນທ້ອນໂຮມປະເທດຊາດຂອງຈີນ.


ທ່ານນາງຈູ່ເຟີ້ງລຽນກ່າວຕື່ມວ່າ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ບຸກຄົນຈຳນວນໜຶ່ງຂອງລັດຖະສະພາອາເມຣິກາຊອກຮູ້ຄວາມອ່ອນໄຫວອັນສຳຄັນຂອງບັນຫາເຂດໄຕ້ຫວັນ, ຊອກຮູ້ຜົນຮ້າຍອັນໜັກໜ່ວງຂອງການກະທຳແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດຢ່າງຈະແຈ້ງ, ຍຸດຕິການຫຼິ້ນເກມແລະທ້າທາຍເກາະຜິດກ່ຽວກັບບັນຫາໄຕ້ຫວັນ, ຍຸດຕິການສະໜັບສະໜູນຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນແລະຍຸດຕິການກະທຳທີ່ເປັນອັນຕະລາຍທຸກຮູບແບບ.