ມູນຄ່າຂາເຂົ້າແລະຂາອອກໃນເດືອນມິຖຸນາປີ2022 ຂອງມາເລເຊຍ ໄດ້ສ້າງສະຖິຕິສູງສຸດເທື່ອໃໝ່ໃນປະຫວັດສາດຕໍ່ເດືອນ

2022-07-21 14:59:51 CRI


 

ຕາມຂ່າວCRI: ວັນທີ 20 ກໍລະກົດນີ້, ກະຊວງການຄ້າສາກົນແລະອຸດ ສາຫະກຳມາເລເຊຍໄດ້ເປີດເຜີຍຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ການເຕີບໂຕ ດ້ານການຄ້າກັບຕ່າງປະເທດໃນເດືອນມິຖຸນາປີ 2022 ຂອງມາເລເຊຍໄດ້ ເພີ່ມຂຶ້ນຢ່າງແຂງແຮງ, ຍອດມູນຄ່າການຄ້າກັບຕ່າງປະເທດແລະມູນຄ່າ ຂາເຂົ້າ-ຂາອອກລ້ວນແຕ່ໄດ້ສ້້າງສະຖິຕິສູງສຸດເທື່ອໃໝ່ໃນປະຫວັດສາດຕໍ່ເດືອນ.

 

ຈີນໄດ້ຮັກສາຖານະຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງມາເລເຊຍ.ໃນເດືອນມິຖຸນາປີ 2022 ນີ້, ການສົ່ງອອກຕໍ່ຈີນຂອງມາເລເຊຍໄດ້ບັນລຸມູນຄ່າ 18,3 ຕື້ລິງກິດ, ການນຳເຂົ້າຈາກຈີນຂອງມາເລເຊຍໄດ້ບັນລຸມູນຄ່າ 26,2 ຕື້ລິງກິດ. ສິງກະໂປເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ແລະອາເມຣິກາແມ່ນ ຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 3 ຂອງມາເລເຊຍ.