ນາຍົກລັດຖະມົນຕີຈີນເຂົ້າຮ່ວມງານສົນທະນາພິເສດລະຫວ່າງນັກທຸລະກິດທົ່ວໂລກ ຂອງເວທີປຶກສາຫາລືເສດຖະກິດໂລກ

2022-07-21 14:22:53 cri

ຕອນຄ່ຳວັນທີ 19 ກໍລະກົດນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມງານສົນທະນາພິເສດລະຫວ່າງນັກທຸລະກິດທົ່ວໂລກ ຂອງເວທີປຶກສາຫາລືເສດຖະກິດໂລກ ຜ່ານທາງວິດີໂອ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ທ່ານໄດ້ກ່າວຄຳປາໄສແລະແລກປ່ຽນຄວາມເຫັນກັບຜູ້ແທນນັກທຸລະກິດ. ທ່ານຄຣາວສ ມາທິນ ສວາບ ປະທານເວທີປຶກສາຫາລືເສດຖະກິດໂລກ ໄດ້ເປັນເຈົ້າພາບຈັດງານສົນທະນາດັ່ງກ່າວ, ມີນັກທຸລະກິດເກືອບ 400 ທ່ານທີ່ມາຈາກ 50 ກວ່າປະເທດໄດ້ເຂົ້າຮ່ວມງານເທື່ອນີ້.


ທ່ານຫຼີເຄີ້ສຽງກ່າວວ່າ: ປັດຈຸບັນ, ສະຖານະການສາກົນແລະພາກພື້ນກຳລັງປ່ຽນແປງໄປຢ່າງເລິກເຊິ່ງແລະສັບສົນ, ສິ່ງທ້າທາຍຕ່າງໆແລະປັດໄຈບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ. ການຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕຢ່າງໝັ້ນທ່ຽງແມ່ນໜ້າທີ່ຮ່ວມກັນແລະຮີບດ່ວນຂອງຝ່າຍຕ່າງໆ. ຄວນເພີ່ມທະວີຄວາມສາມັກຄີແລະການປະສານສົມທົບກັນ, ລົງເລິກການຮ່ວມມືສາກົນສອງຝ່າຍແລະຫຼາຍຝ່າຍ, ຊຸກຍູ້ການສ້າງຜົນປະໂຫຍດທົ່ວໄປແລະຄວາມສະເໝີພາບ, ແລະຊຸກຍູ້ການພັດທະນາແບບໂອບເອື້ອອາລີແລະແບບຍືນຍົງ. ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້, ການພັດທະນາຂອງໂລກກໍ່ຕ້ອງການຈີນ. ພວກຂ້າພະເຈົ້າຈະລົງເລິກການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຊຸກຍູ້ໃຫ້ການຮ່ວມມືດ້ານການຄ້າຫຼາຍຝ່າຍພັດທະນາໄປພ້ອມກັບການຮ່ວມມືດ້ານການຄ້າໃນພາກພື້ນ.