ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກ

2022-07-22 11:35:17 CRI


     ວັນທີ 21 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກ.


     ເນື້ອໃນສານຂອງທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຊາວໜຸ່ມເປັນຕົວແທນແຫ່ງຄວາມຫວັງ, ຊາວໜຸ່ມສ້າງອະນາຄົດ. ຈີນຖືຊາວໜຸ່ມເປັນກຳລັງຫຼັກແຫຼ່ງແຫ່ງການຊຸກຍູ້ການພັດທະນາຂອງສັງຄົມມາໂດຍຕະຫຼອດ, ສົ່ງເສີມໃຫ້ຊາວໜຸ່ມສະແດງພະລັງຊີວິດໄວໜຸ່ມໃນການເຂົ້າຮ່ວມການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຫວັງວ່າເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກຈະກາຍເປັນເວທີສຳຄັນທີ່ຊາວໜຸ່ມໂລກຊ່ວຍໂລກໃຫ້ມີການພັດທະນາ ແລະທົ່ວໂລກຮ່ວມກັນຊຸກຍູ້ການພັດທະນາຂອງຊາວໜຸ່ມ, ໃຫ້ຊາວໜຸ່ມອອກສຽງເພື່ອຄວາມສາມັກຄີຂອງປະຊາຊົນທົ່ວໂລກ, ພ້ອມທັງອອກແຮງເພື່ອການພັດທະນາແລະຄວາມກ້າວໜ້າຂອງທົ່ວໂລກ.


     ກອງປະຊຸມເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 21 ກໍລະກົດປີ 2022 ນີ້ ໂດຍມີສະຫະພັນຊາວໜຸ່ມແຫ່ງຊາດຈີນເປັນເຈົ້າພາບ, ເຊິ່ງມີຫົວຂໍ້ວ່າ: ຊຸກຍູ້ການພັດທະນາຂອງຊາວໜຸ່ມ, ສ້າງອະນາຄົດຮ່ວມກັນ.