ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບການຢ້ຽມຢາມຈີນຂອງປະທານາທິບໍດີອິນໂດເນເຊຍ

2022-07-22 16:12:06 cri


ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ໂຈໂຄ ວິໂດໂດ, ປະທານາທິບໍດີສາທາລະນະລັດອິນໂດເນເຊຍຈະໄປຢ້ຽມຢາມຈີນລະຫວ່າງວັນທີ 25 ຫາ 26 ກໍລະກົດນີ້. ທ່ານ ວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 21 ກໍລະກົດນີ້.


ທ່ານ ວ່າງເວີນປິ່ນກ່າວວ່າ, ທ່ານປະທານາທິບໍດີ ໂຈໂຄ ແມ່ນປະມຸກລັດຕ່າງປະເທດຜູ້ທຳອິດທີ່ມາຢ້ຽມຢາມຈີນຫຼັງຈາກງານກິລາໂອລິມປິກລະດູໜາວປັກກິ່ງສິ້ນສຸດລົງແລະຈີນກໍແມ່ນປະເທດທຳອິດທີ່ທ່ານປະທານາທິບໍດີ ໂຈໂຄ ໄປຢ້ຽມຢາມອາຊີຕາເວັນອອກ ພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ສອງປະເທດແມ່ນເອົາໃຈໃສ່ໃນລະດັບສູງຕໍ່ການພົວພັນລະຫວ່າງສອງຝ່າຍ. ໃນໄລຍະຢ້ຽມຢາມ, ທ່ານປະທານ ສີຈິ້ນຜິງ ກັບທ່ານປະທານາທິບໍດີ ໂຈໂຄ ຈະຈັດການສົນທະນາ, ທ່ານ ຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະພົບປະກັບທ່ານປະທານາທິບໍດີ ໂຈໂຄ, ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການພົວພັນສອງຝ່າຍ ກັບບັນຫາພາກພື້ນແລະສາກົນທີ່ສຳຄັນ ເປັນຈຸດໜັກ.