ເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2022-07-22 16:11:13 cri

ລະຫວ່າງວັນທີ 21 ຫາ 23 ກໍລະກົດນີ້, ເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກທີ່ມີສະຫະພັນຊາວໜຸ່ມແຫ່ງຊາດຈີນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ເວທີປຶກສາຫາລືເທື່ອນີ້ ມີຫົວຂໍ້ວ່າ: ຊຸກຍູ້ການພັດທະນາຂອງຊາວໜຸ່ມ, ສ້າງອະນາຄົດຮ່ວມກັນ, ໃນໄລຍະຈັດເວທີປຶກສາຫາລື, ເຈົ້າໜ້າທີ່ລັດຖະບານ, ຜູ້ຮັບຜິດຊອບອົງການຈັດຕັ້ງຕ່າງໆ ຂອງຫຼາຍປະເທດ ແລະຜູ້ແທນຊາວໜຸ່ມທີ່ມາຈາກ 100 ກວ່າປະເທດ ຈະແລກປ່ຽນຄວາມເຫັນ, ຖອດຖອນບົດຮຽນ ກ່ຽວກັບຫຼາຍຫົວຂໍ້, ເຊັ່ນ: ການສຶກສາຄຸນນະພາບດີທີ່ໂອບເອື້ອອາລີແລະສະເໝີພາບ, ການປະກອບອາຊີບແລະດຳເນີນທຸລະກິດ, ເສດຖະກິດດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບສີຂຽວແລະອື່ນໆຜ່ານທາງອອນລາຍແລະອອຟລາຍ. ເພື່ອຊຸກຍູ້ການຮ່ວມມືສາກົນໃນຂົງເຂດການພັດທະນາຊາວໜຸ່ມ, ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນລະດັບສາກົນຂອງວົງການຕ່າງໆໃນສັງຄົມ ກ່ຽວກັບບັນຫາການພັດທະນາຊາວໜຸ່ມ.


ໃນໄລຍະຈັດເວທີປຶກສາຫາລື, ຍັງຈະເລີ່ມປະຕິບັດແຜນການເຄື່ອນໄຫວພັດທະນາຊາວໜຸ່ມທົ່ວໂລກ, ຊຸກຍູ້ຊາວໜຸ່ມປະເທດຕ່າງໆ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ແລະຂໍ້ລິເລີ່ມການພັດທະນາທົ່ວໂລກຂອງອົງການສະຫະປະຊາຊາດ.