ໂຄສົກກະຊວງການຄ້າຈີນກ່າວວ່າ: ການເຈລະຈາໄລຍະ 2 ກ່ຽວກັບສັນຍາການຄ້າເສລີຈີນ-ສ.ເກົາຫຼີໄດ້ຮັບຄວາມຄືບໜ້າທີ່ມີລັກສະນະທາດແທ້

2022-07-22 11:49:15 CRI


     ວັນທີ 21 ກໍລະກົດນີ້, ທ່ານນາງຊູ້ຈົວທີງ ໂຄສົກກະຊວງການຄ້າຈີນກ່າວວ່າ: ອີງຕາມຂໍ້ກຳນົດກ່ຽວກັບສັນຍາການຄ້າເສລີຈີນ-ສ.ເກົາຫຼີ, ສອງປະເທດໄດ້ເລີ່ມດຳເນີນການເຈລະຈາໄລຍະ 2 ກ່ຽວກັບສັນຍາການຄ້າເສລີຈີນ-ສ.ເກົາຫຼີ ໂດຍຈະປຶກສາຫາລືກ່ຽວກັບການຄ້າບໍລິການລະດັບສູງແລະການຫັນການລົງທຶນເປັນແບບເສລີພາຍໃນຂອບເຂດອະນຸຍາດຂອງລັດຖະບານສອງຝ່າຍ. ມາຮອດປັດຈຸບັນ, ສອງຝ່າຍໄດ້ດຳເນີນການເຈລະຈາຢ່າງເປັນທາງການ 9 ຮອບມາແລ້ວ, ແລະໄດ້ຮັບຄວາມຄືບໜ້າຢ່າງມີລັກສະນະທາດແທ້.



     ທ່ານນາງຊູ້ຈົວທີງໄດ້ໃຫ້ທັດສະນະດັ່ງກ່າວໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນທີ່ຈັດຂຶ້ນໃນວັນທີ 21 ກໍລະກົດນີ້ຜ່ານທາງອອນລາຍ. ທ່ານນາງຍັງແນະນຳໃຫ້ຮູ້ຕື່ມວ່າ: ຫວ່າງບໍ່ດົນມານີ້, ຈີນກັບສ.ເກົາຫຼີໄດ້ຈັດກອງປະຊຸມຂັ້ນກົມ ແລະໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເລັ່ງລັດການຊຸກຍູ້ການເຈລະຈາໃນຕໍ່ໜ້າ. ຈີນຍິນດີຮ່ວມກັບສ.ເກົາຫຼີ, ພະຍາຍາມໃຫ້ບັນລຸສັນຍາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍໄວເທົ່າທີ່ຈະໄວໄດ້.