ຈີນໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ

2022-07-23 15:32:17 cri

ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 22 ກໍລະກົດນີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຊາວຈີນບໍ່ພຽງແຕ່ໄດ້ເອົາໃຈໃສ່ການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຕົນໃຫ້ດີເທົ່ານັ້ນ, ຍັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຮັບມືກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກອີກດ້ວຍ.

ທ່ານວ່າງເວີນປີ່ນຊີ້ອອກວ່າ: ໃນຖານະເປັນປະເທດທີ່ຜະລິດສະບຽງອາຫານຫຼາຍທີ່ສຸດໃນໂລກ, ການຜະລິດສະບຽງອາຫານຂອງຈີນໄດ້ກວມເອົາປະມານ 1/4 ຂອງໂລກ ແລະໄດ້ແກ້ໄຂບັນຫາກິນເຂົ້າຂອງປະຊາກອນ 1/5 ຂອງໂລກ  ໂດຍນຳໃຊ້ເນື້ອທີ່ດິນປູກຝັງບໍ່ຮອດ 9% ຂອງໂລກ. ນີ້ກໍຄືການປະກອບສ່ວນທີ່ສຳຄັນທີ່ສຸດໃນດ້ານການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ.

ທ່ານວ່າງເວີນປີ່ນກ່າວເນັ້ນວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ໂດຍໄດ້ຈັດເອົາຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ເປັນໜຶ່ງໃນ 8 ຂົງເຂດການຮ່ວມມືທີ່ສຳຄັນ. ຈີນເປັນປະເທດທີ່ກຳລັງພັດທະນາ ທີ່ໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍທີ່ສຸດ, ສົ່ງອອກຜູ້ຊ່ຽວຊານຫຼາຍທີ່ສຸດ ແລະປະຕິບັດໂຄງການຫຼາຍທີ່ສຸດ ພາຍໃນຂອບການຮ່ວມມືໃຕ້-ໃຕ້ ຂອງອົງການອາຫານ ແລະກະເສດຂອງສະຫະປະຊາຊາດ ຫຼື FAO. ການປະພຶດຕ່າງໆ ໄດ້ພິສູດໃຫ້ເຫັນແລ້ວວ່າ: ຈີນເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ຂອງອົງການສະຫະປະຊາຊາດ ແລະປະເທດທີ່ກຳລັງພັດທະນາຕ່າງໆ ໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ ແລະກໍເປັນປະເທດທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກເຊັ່ນກັນ.