ກອງປະຊຸມຊາວຈີນຕ່າງດ້າວຊ່ວຍເຫຼືອການພັດທະນາການທ່ອງທ່ຽວຂອງເມືອງຈ່າງເຈ່ຍເຈ້ຍ 2022 ໄດ້ຈັດຂຶ້ນ

2022-07-23 14:43:46 cri


ວັນທີ 22 ກໍລະກົດນີ້, ກອງປະຊຸມຊາວຈີນຕ່າງດ້າວຊ່ວຍເຫຼືອການພັດທະນາການທ່ອງທ່ຽວຂອງເມືອງຈ່າງເຈ່ຍເຈ້ຍ 2022 ທີ່ຊີ້ນຳໂດຍສະມາຄົມຊາວຈີນຕ່າງດ້າວຂອງຈີນ ໄດ້ຈັດຂຶ້ນຢູ່ເມືອງຈ່າງເຈ່ຍເຈ້ຍ ເມືອງທີ່ມີສາຍນ້ຳແລະສາຍພູທີ່ສວຍງາມຂອງແຂວງຫູນານຈີນ, ມີຊາວຈີນຕ່າງດ້າວ, ນັກທຸລະກິດຈີນແລະຜູ້ຕາງໜ້າສື່ມວນຊົນພາສາຈີນຢູ່ຕ່າງປະເທດທີ່ມາຈາກອາເມຣິກາ, ເຢຍລະມັນ, ອີຕາລີ, ໂອຕຼິສ, ເອຢິບ ກັບປະເທດອື່ນໆແລະພາກພື້ນ 140 ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ໝູນອ້ອມຫົວຂໍ້ “ການສ້າງແຫຼ່ງທ່ອງທ່ຽວອັນດັບໜຶ່ງຂອງໂລກ” “ຊອກຄົ້ນຮູບແບບເສດຖະກິດໃໝ່ທີ່ສວຍງາມ” ແລະອື່ນໆ ເພື່ອປຶກສາຫາລືການຍົກສູງອິດທິພົນການທ່ອງທ່ຽວຂອງເມືອງຈ່າງເຈ່ຍເຈ້ຍຕື່ມອີກ, ຊຸກຍູ້ການພັດທະນາຂອງທ້ອງຖິ່ນ.

ສວນຈ່າງເຈ່ຍເຈ້ຍແມ່ນມໍລິດົກທຳມະຊາດໂລກຊຸດທຳອິດຂອງຈີນ, ແມ່ນສວນທໍລະນີສາດໂລກຊຸດທຳອິດຂອງໂລກ ແລະແມ່ນສວນປ່າໄມ້ແຫ່ງຊາດແຫ່ງທຳອິດຂອງຈີນ. ຍ້ອນມີພູມສັນຖານທີ່ມີເອກະລັກພິເສດ, ທິວທັດທີ່ສວຍງາມ ແລະຮີດຄອງປະເພນີຊົນເຜົ່າສ່ວນໜ້ອຍທີ່ເຂັ້ມຂຸ້ນ, ແຕ່ລະປີ ບ່ອນນີ້ໄດ້ດຶງດູດນັກທ່ອງທ່ຽວຫຼາຍສິບລ້ານເທື່ອຄົນມາທ່ອງທ່ຽວ.