ຍີປຸ່ນອະນຸມັດແຜນການລະບາຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຢ່າງເປັນທາງການ

2022-07-23 14:42:00 cri


ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 22 ກໍລະກົດນີ້, ຄະນະກຳມະການວາງແຜນການພະລັງງານປະລາມານູຍີ່ປຸ່ນໄດ້ຈັດກອງປະຊຸມຊົ່ວຄາວ ໂດຍໄດ້ອະນຸມັດແຜນການລະບາຍນ້ຳປົນເປື້ອນລັງສີນິວເຄຣຍໃນໂຮງໄຟຟ້ານິວເຄຼຍຟູຄູຊິມາເລກໜຶ່ງ ທີ່ບໍລິສັດໄຟຟ້າໂຕກຽວເປັນຜູ້ຮ່າງນັ້ນຢ່າງເປັນທາງການ.

ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນມື້ດຽວກັນວ່າ: ນັບແຕ່ລັດຖະບານຍີ່ປຸຸ່ນທຳການຕົກລົງທີ່ຜິດພາດດັ່ງກ່າວໃນເດືອນເມສາປີ 2021 ເປັນຕົ້ນມາ, ປະຊາຄົມໂລກແລະປະຊາຊົນຍີ່ປຸ່ນມີຄວາມລະແວງສົງໄສແລະໄດ້ຄັດຄ້ານຢ່າງບໍ່ຢຸດຢັ້ງ. ແຕ່ສິ່ງທີ່ໜ້າເສຍໃຈນັ້ນແມ່ນ: ຍີ່ປຸ່ນບໍ່ເອົາຫົວຊານຳຄວາມເປັນຫ່ວງແລະຄວາມຮຽກຮ້ອງທີ່ສົມເຫດສົມຜົນຂອງປະຊາຄົມໂລກແລະປະຊາຊົນພາຍໃນປະເທດມາໂດຍຕະຫຼອດ. ການກະທຳແບບນີ້ຂອງຍີ່ປຸ່ນແມ່ນບໍ່ມີຄວາມຮັບຜິດຊອບທີ່ສຸດ, ພວກເຮົາເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.

ທ່ານວ່າງເວີນປິ່ນກ່າວຢ້ຳວ່າ: ການແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄຣຍຟູຄູຊິມາກ່ຽວພັນເຖິງສິ່ງແວດລ້ອມທະເລໃນທົ່ວໂລກ ແລະສຸຂະພາບທົ່ວປວງຊົນຂອງປະເທດອ້ອມປາຊີຟິກ, ບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນປະເທດດຽວຢ່າງເດັດຂາດ. ຈີນເຕືອນໃຫ້ຍີ່ປຸ່ນອີກຄັ້ງໜຶ່ງ, ຈົ່ງປະຕິບັດຕາມພັນທະສາກົນເທົ່າທີ່ຄວນຢ່າງແທ້ຈິງ, ແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄຣຍດ້ວຍວິທີວິທະສາສາດ, ເປີດເຜີຍ, ໂປ່ງໃສແລະປອດໄພ, ຢຸດຕິການປະຕິບັດແຜນການລະບາຍລົງສູ່ທະເລ.