ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປເຖິງທ່ານຣານິວ ວິກເຄຣເມຊິງເຮ ປະທານາທິບໍດີຜູ້ໃໝ່ຂອງສີລັງກາ

2022-07-23 16:42:24 cri


   ວັນທີ 22 ກໍລະກົດນີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປເຖິງທ່ານຣານິວ ວິກເຄຣເມຊິງເຮເພື່ອສະແດງຄວາມຊົມເຊີຍທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ.


   ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ:ຈີນ-ສີລັງກາເປັນປະເທດບ້ານໃກ້ເຮືອນຄຽງທີ່ ດີຕໍ່ກັນທີ່ ມີມູນເຊື້ອ.ນັບແຕ່ໄດ້ສ້າງສາຍສຳພັນທາງການທູດເປັນເວລາ 65 ປີມາ ນີ້,ສອງປະເທດໄດ້ຊຸກຍູ້ການພັດທະນາສາຍພົວພັນສອງຝ່າຍບົນພ້ືນຖານທີ່ເຄົາລົບເຊິ່ງກັນແລະກັນ,ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາໂດຍຕະຫຼອດ,ໄດ້ສ້າງແບບຢ່າງທີ່ປະເທດບໍ່ວ່ານ້ອຍໃຫຍ່ຢູ່ຮ່ວມກັນດ້ວຍໄມຕີຈິດແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19,ຈີນ-ສີລັງກາໄດ້ຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອເຊິ່ງກັນແລະກັນ,ມິດຕະພາບທີ່ມີມູນເຊື້ອໄດ້ຮັບການຍົກລະດັບສູງຂຶ້ນ.


   ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ,ເຊື່ອວ່າພາຍໃຕ້ການນຳພາຂອງທ່ານປະທານາທິບໍດີຣານິວ ວິກເຄຣເມຊິງເຮ,ສີລັງກາຍ່ອມຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຊົ່ວຄາວ ແລະຊຸກຍູ້ຂະບວນການຟື້ນຟູເສດຖະກິດສັງຄົມ.ຫວັງວ່າສອງຝ່າຍຈະສົ່ງເສີມມິດຕະພາບທີ່ມີມູນເຊື້ອ,ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ,ຊຸກຍູ້ສາຍພົວພັນຄູ່ຮ່ວມມືດ້ານຍຸດທະສາດທີ່ຈິງໃຈຊ່ວຍເຫຼືອກັນແລະມີມິດຕະພາບຕໍ່ກັນທຸກເຊັ່ນຄົນລະຫວ່າງສອງປະເທດໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.