ໂມດູນທົດລອງເວີ້ນທຽນສຳເລັດການຝຶກຊ້ອມຮ່ວມກ່ອນການຍິງສົ່ງຂຶ້ນສູ່ອະວະກາດ

2022-07-23 12:29:48 cri


  ວັນທີ 22 ກໍລະກົດນີ້,ໂມດູນທົດລອງເວີ້ນທຽນຂອງສະຖານີອະວະກາດຈີນໄດ້ຈັດຕັ້ງການຝຶກຊ້ອມຮ່ວມລະຫວ່າງລະບົບຕ່າງໆກ່ອນການຍິງສ່ົງຂຶ້ນສູ່ອະວະກາດ.ປັດຈຸບັນ,ລະບົບຕ່າງໆຂອງໜ້າທີ່ໂມດູນທົດລອງເວີ້ນທຽນໄດ້ເຮັດວຽກງານກະກຽມກ່ອນການຍິງສົ່ງໃຫ້ດີແລ້ວ.



  ການຝຶກຊ້ອມຮ່ວມເທື່ອນີ້ຕົ້ນຕໍໄດ້ແນໃສ່ກວດສອບວຽກງານຕ່າງໆກ່ຽວກັບຂັ້ນຕອນທີ່ໂມດູນທົດລອງເວີ້ນທຽນກັບຈະຫຼວດສົ່ງຍານສາງເຈີ່ງ-5B3 ຍິງສົ່ງເຂົ້າສູ່ໂຄຈອນ. ສູນຄວບຄຸມການບິນອະວະກາດປັກກິ່ງ,ສະຖານທີ່ຍິງສົ່ງການບິນອະວະກາດເວີນຊ່າງ,ສູນວັດແທກຄວບຄຸມດາວທຽມຊີ່ອ່ານໄດ້ປະຕິບັດການຄວບຄຸມຮ່ວມ.ໃນການຝຶກຊ້ອມຮ່ວມ,ລະບົບຕ່າງໆທີ່ເຂົ້າຮ່ວມການທົດລອງໄດ້ຈັດຕັ້ງຢ່າງລະອຽດຖີ່ຖ້ວນ,ນັກວິຊາການໄດ້ບັນຊາຢ່າງຊຳນິຊຳນານ,ລະຫວ່າງລະບົບຕ່າງໆໄດ້ປະສານສົມທົບກັນຢ່າງໃກ້ຊິດ, ໄດ້ຮັບປະກັນໃຫ້ຂັ້ນຕອນຕ່າງໆໄດ້ປະຕິບັດງານຢ່າງມີລະບຽບ.