ເສັ້ນທາງລົດໄຟຈີນລາວປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີ

2022-07-23 14:46:17 cri


ວັນທີ 22 ກໍລະກົດ 2022, ເວທີປຶກສາຫາລືພາຍໃຕ້ຫົວຂໍ້ “ເສັ້ນທາງລົດໄຟຈີນ ລາວຊ່ວຍຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ”ໄດ້ຈັດຂຶ້ນໃນງານຕະຫຼາດນັດການທ່ອງທ່ຽວສາກົນຈີນ 2022 ຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ໃນເວ ທີປຶກສາຫາລືດັ່ງກ່າວ, ຜູ້ຮ່ວ່ມປະຊຸມໄດ້ຮ່ວມກັນຄົ້ນຄວ້າບົດບາດ ແລະ ຄຸນຄ່າ ຂອງເສັ້ນທາງລົດໄຟຈີນລາວທີ່ມີຕໍ່ການພັດທະນາການທ່ອງທ່ຽວສາກົນ ກໍຄື ການ ສ້າງປະຊາຄົມຮ່ວມຊາຕາກຳອາຊີ. ເພື່ອເປີດກວ້າງບົດບາດດ້ານການທ່ອງທ່ຽວສາກົນຂອງເສັ້ນທາງລົດໄຟຈີນລາວ,ເຊິ່ງເວທີປຶກສາຫາລືໄດ້ສະເໜີຄວາມເຫັນວ່າ:

ໜຶ່ງ,ຊຸກຍູ້ການພັດທະນາພື້ນຖານໂຄງລ່າງດ້ານວັດທະນະທຳ ແລະການທ່ອງ ທ່ຽວ, ສິ່ງກໍ່ສ້າງການທ່ອງທ່ຽວແບບອັດສະລິຍະ ແລະສິ່ງກໍ່ສ້າງບໍລິການສາທາລະ ະດ້ານການທ່ອງທ່ຽວວັດທະນະທຳ, ບຸກເບີກພັດທະນາຜະລິດຕະພັນການທ່ອງ ຽວແບບປະສານສົມທົບກັນ,ເຊັ່ນ: “ທາງລົດໄຟບວກກັບແຫຼ່ງທ່ອງທ່ຽວ” “ເສັ້ນ ທາງລົດຟບວກກັບຊົນນະບົດ” “ເສັ້ນທາງລົດໄຟບວກກັບ ການຈັດຊື້ສິນຄ້າ” “ເສັ້ນທາງລົດໄຟບວກກັບຮ້ານກິນດື່ມ” ແລະອື່ນໆ; ພັດທະນາຜະລິດການທ່ອງ ທ່ຽວສາກົນດ້ວຍຫຼາຍຮູບການຂົນສົ່ງ.

ສອງ,ເສີມຂະຫຍາຍບົດບາດທີ່ເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ຂອງເສັ້ນທາງລົດໄຟຈີນລາວ ແລະ ການເຊື່ອມສານນະໂຍບາຍຂອງສັນຍາຄູ່ ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ ຫລື RCEP, ຊຸກຍູ້ຊັບພະຍາກອນການ ທ່ອງທ່ຽວໃຫ້ໂຮມສູນມາສູ່ເສັ້ນທາງລົດໄຟຈີນລາວ,ຊຸກຍູ້ເສັ້ນທາງລົດໄຟຈີນລາວນຳໜ້າກາຍເປັນສາຍເລືອດຫຼັກສຳລັບການທ່ອງທ່ຽວໂດຍຜ່ານທາງລົດໄຟຢູ່ອາຊີ,ຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວ ແລະ ການພັດທະນາທາງສັງຄົມ ຢູ່ເຂດແຄວ້ນລຽບຕາມເສັ້ນທາງລົດໄຟ.

ສາມ,ວາງແຜນພັດທະນາການທ່ອງທ່ຽວຕາມເສັ້ນທາງລົດໄຟຈີນລາວຢ່າງມີຄຸນນະພາບສູງ,ຮ່ວມກັນບຳລຸງສ້າງເຄື່ອງຫມາຍສິນຄ້າຊື່ດັງໃນການທ່ອງທ່ຽວສາກົນ, ເສີມຂະຫຍາຍບົດບາດອັນສຳຄັນຂອງເສັ້ນທາງລົດໄຟຈີນລາວເຂົ້າໃນການຍົກລະດັບສິ່ງແວດລ້ອມນິເວດ, ເປີດກວ້າງການໄປມາຫາສູ່ກັນ, ວາງສະແດງວັດທະ ນະທຳຂອງສອງປະເທດ, ຊຸກຍູ້ການພັດທະນາເສດຖະກິດຂອງສອງປະເທດ ກໍຄືເພີ່ມພູນຄູນສ້າງມິດຕະພາບລະຫວ່າງສອງປະເທດຈີນລາວ.

ສີ່, ຍົກສູງລະດັບການເຊື່ອມໂຍງເຊື່ອມຈອດກັນຢ່າງຕໍ່ເນື່ອງ,ຊຸກຍູ້ການຮ່ວມດ້ານ ການທ່ອງທ່ຽວແບບສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງຕົວເມືອງ ແລະ ປະເທດ ລຽບຕາມເສັ້ນທາງລົດໄຟ,ຊຸກຍູ້ໃຫ້ສ້າງກົນໄກ ແລະ ໂຄງປະກອບຄົງທີ່ດ້ານການ ທ່ອງທ່ຽວຢູ່ອາຊີ, ເຕົ້າໂຮມກຳລັງແຮງດ້ານການພັດທະນາການທ່ອງທ່ຽວຂອງ ອາຊີ, ຊຸກຍູ້ການແລກປ່ຽນວັດທະນະທຳຂອງອາຊີຢ່າງຕໍ່ເນື່ອງ,ປະກອບສ່ວນອັນ ໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີ.