ຈັດກອງປະຊຸມສຸດຍອດການສ້າງຈີນດິຈີຕອນຄັ້ງທີ 5

2022-07-24 15:20:41 CRI

 

ຕາມຂ່າວCRI: ວັນທີ 23 ກໍລະກົດນີ້, ກອງປະຊຸມສຸດຍອດ ການສ້າງຈີນດິຈີຕອນຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນຟູໂຈວຂອງຈີນ. ທ່ານຫວງຄຸນໝິງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມຜ່ານທາງອອນລາຍແລະໄດ້ກ່າວຄຳປາໄສທີ່ມີຫົວຂໍ້ຫຼັກໂດຍກ່າວເນັ້ນວ່າຕ້ອງລົງເລິກເຊື່ອມຊຶມແລະຜັນຂະຫຍາຍແນວຄິດສຳຄັນຂອງທ່ານສິຈິ້ນຜິງກ່ຽວກັບການສ້າງປະເທດທີ່ເຂັ້ມແຂງທາງດ້ານອິນເຕີເນັດ, ເລັ່ງລັດການສ້າງ ຈີນດິຈີຕອນ, ຫັນປ່ຽນຮູບແບບການພັດທະນາດ້ວຍເຕັກນິກດິຈີຕອນເພື່ອຊຸກຍູ້ ການປ່ຽນແປງດ້ານຮູບແບບການຜະລິດ, ຮູບແບບການດຳລົງຊີວິດແລະຮູບ ແບບການບໍລິຫານ, ກຳແໜ້ນກຳໂອກາດໃໝ່, ຮັບມືກັບການ ທ້າທາຍໃໝ່, ສ້າງທ່າແຮງໃໝທ່າມກາງກະແສການ ພັດທະນາດ້ານການຫັນເປັນດິຈີຕອນ່.

 

ກອງປະຊຸມສຸດຍອດຄັ້ງນີ້ມາີຫົວຂໍ້ຫຼັກຄື ເຕັກນິກດິຈີຕອນນຳໜ້າສະພາບ ການໃໝ່່ ເປັນຫົວຂໍ້ຫຼັກ