ຈີນເປັນປະເທດທີ່ມີຈຳນວນວິສາຫະກິດໄດ້ຮັບລາງວັນໂລກຂອງອົງການຊັບສິນທາງປັນຍາໂລກຄັ້ງປະຖົມມະເລີກຫຼາຍທີ່ສຸດ

2022-07-24 13:35:03 cri



  ອີງຕາມຂໍ້ມູນຈາກເວັບໄຊທາງການຂອງອົງການຊັບສິນທາງປັນຍາໂລກຫຼື WIPOແຈ້ງໃຫ້ຮູ້ວ່າ: ວັນທີ 19 ກໍລະກົດນີ້, ພິທີມອບລາງວັນ ໂລກWIPOຄັ້ງປະຖົມມະເລີກໄດ້ຈັດຂຶ້ນໃນໄລຍະດຳເນີນກອງປະຊຸມປະເທດສະມາຊິກWIPO.  ເຊິ່ງມີວິສາຫະກິດດີເດັ່ນຈາກທົ່ວໂລກທີ່ໄດ້ຍື່ນຄຳຮ້ອງຂໍຮັບລາງວັນນີ້ລວມທັງໝົດ 272 ແຫ່ງຈາກ 62 ປະເທດ. ແຕ່ເມື່ອເບິ່ງຈາກຈຳນວນ 5 ວິສາຫະກິດທີ່ໄດ້ຮັບລາງວັນໃນປີນີ້ແລ້ວ, ມີ 2 ວິສາຫະກິດຈາກຈີນໄດ້ຮັບລາງວັນນີ້, ເຊິ່ງໄດ້ກາຍເປັນປະເທດທີ່ມີ ຈຳນວນວິສາຫະກິດໄດ້ຮັບລາງວັນໂລກຂອງອົງການຊັບສິນທາງປັນຍາໂລກຄັ້ງປະ ຖົມມະເລີກຫຼາຍທີ່ສຸດ.

   ຕາມຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ລາງວັນໂລກWIPOເປັນໂຄງການມອບລາງ ວັນລະດັບໂລກທີ່ອົງການຊັບສິນທາງປັນຍາໂລກຈັດຂຶ້ນ, ມີຈຸດປະສົງ ເພື່ອຍ້ອງຍໍວິສາຫະກິດແລະບຸກຄົນຢູ່ໃນຂອບເຂດທົ່ວໂລກທີ່ໄດ້ໝູນໃຊ້ຊັບສິນທາງປັນຍາຂອງຕົນເຂົ້າໃນການສົ່ງເສີມເສດຖະກິດ, ສັງຄົມ ແລະ ຄວາມກ້າວໜ້າດ້ານວັດທະນະທຳທັງພາຍໃນແລະຕ່າງປະເທດ.