ແຂກຜູ້ມີກຽດຈີນແລະຕ່າງປະເທດຮ່ວມກັນແລກປ່ຽນແລະປຶກສາຫາລືກັນກ່ຽວກັບການປະກອບອາຊີບແລະການສ້າງທຸລະກິດຂອງຊາວໜຸ່ມ

2022-07-24 16:44:53 cri

      ນັກຂ່າວໄດ້ຊາບຈາກຄະນະກຳມະການສູນກາງຊາວໜຸ່ມຄອມມູນິດຈີນວ່າ: ກອງປະຊຸມເວທີປຶກສາຫາລືຫົວຂໍ້ສະເພາະກ່ຽວກັບການປະກອບອາຊີບແລະການສ້າງທຸລະກິດຂອງເວທີປຶກສາຫາລືການພັດທະນາຊາວໜຸ່ມໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນໃນວັນທີ 22 ກໍລະກົດນີ້, ແຂກຜູ້ມີກຽດຈີນແລະຕ່າງປະເທດທີ່ມາຈາກອົງການຈັດຕັ້ງສາກົນ,ວິສາຫະກິດ,ສະຖາບັນການສຶກສາຊັ້ນສູງແລະອື່ນໆ 10 ກວ່າທ່ານໄດ້ດຳເນີນການແລກປ່ຽນແລະປຶກສາຫາລືກັນກ່ຽວກັບການປະກອບອາຊີບແລະການສ້າງທຸລະກິດຂອງຊາວໜຸ່ມ,ຜູ້ຕາງໜ້າຊາວໜຸ່ມເກືອບ 300 ຄົນໄດ້ເຂົ້າຮ່ວມກອງປະຊຸມໃນຮູບແບບເຊິ່ງໜ້າແລະອອນລາຍ.

      ໃນເວລາກ່າວຄຳປາໄສ, ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ແຈ້ງມາດຕະການທີ່ລະອຽດຂອງເຂດແຄວ້ນຕ່າງໆ,ຂົງເຂດຕ່າງໆແລະອົງການຈັດຕັ້ງແຫ່ງຕ່າງໆກ່ຽວກັບການເສີມສ້າງຄວາມສາມາດໃຫ້ກັບຊາວໜຸ່ມໃນການປະກອບອາຊີບແລະສ້າງທຸລະກິດ,ຍັງໄດ້ດຳເນີນການສົນທະນາພາຍໃຕ້ຫົວຂໍ້ “ເສດຖະກິດຈະເລີນໃໝ່ສ້າງໂອກາດໃໝ່ດ້ານການປະກອບອາຊີບ”, ໂດຍໄດ້ປຶກສາຫາລືກ່ຽວກັບການທີ່ຊາວໜຸ່ມຈະກຳທິດການພັດທະນາທາງດ້ານເສດຖະກິດແນວໃດ,ປະກອບອາຊີບດ້ວຍລະດັບທີ່ສູງກວ່າເກົ່າເພື່ອບັນລຸຄຸນຄ່າຂອງຕົນໂດຍຜ່ານການກ້າປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກແລະຫັນປ່ຽນແນວຄິດດ້ານການເລືອກອາຊີບ.