ຈີນຍິງສົ່ງຍານທົດລອງ “ເວີ້ນທ່ຽນ” ຂຶ້ນສູ່ອະວະກາດດ້ວຍຜົນ ສຳເລັດຢ່າງຈົບງາມ

2022-07-24 15:23:26 cri

 

ອີງຕາມຂໍ້ມູນຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ:ໃນເວລາ 14 ໂມງ22ນາທີຂອງວັນທີ 24 ກໍລະກົດ 2022  ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານ“ສາງເຈິ່ງ5BY3”ທີ່ໄດ້ນຳສົ່ງຍານທົດລອງ “ເວີ້ນທ່ຽນ” ຖືກຍິງຂຶ້ນສູ່ອະວະກາດຈາກຖານຍິງສົ່ງດາວທຽມເວີນຊ່າງ ສປຈີນຕາມເວລາກຳນົດ, ຫຼັງຈາກນັ້ນ ຍານທົດລອງ “ເວີ້ນທ່ຽນ” ໄດ້ເຂົ້າສູ່ວົງໂຄຈອນຕາມທີ່ກຳນົດໄວ້ລ່ວງໜ້າ, ການຍິງສົ່ງຍານອະວະກາດໃນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.



ນີ້ແມ່ນການປະຕິບັດໜ້າທີ່ການບິນຄັ້ງທີ 24 ນັບແຕ່ຈີນປະຕິບັດໂຄງການ ການບິນອະວະກາດບັນທຸກຄົນເປັນຕົ້ນມາ, ຍານທົດລອງ “ເວີ້ນທ່ຽນ” ທີ່ຖືກຍິງສົ່ງຂຶ້ນສູ່ອະວະກາດໃນຄັ້ງນີ້ເປັນຍານໜ່ວຍທີສອງຂອງສະຖານີອະວະກາດຈີນ, ທັງເປັນຫ້ອງທົດລອງວິທະຍາສາດແຫ່ງທຳອິດ. ຍານທົດລອງ “ເວີ້ນທ່ຽນ” ຕົ້ນຕໍຈະໃຊ້ສຳລັບໃຫ້ນັກບິນອະວະກາດພັກເຊົາ, ເຄື່ອນໄຫວ ຢູ່ນອກຍານແລະດຳເນີນການທົດລອງວິທະຍາສາດອະວະກາດ, ໃນຂະນະ ດຽວກັນຍັງສາມາດໃຊ້ເປັນຍານສຳຮອງຂອງຫ້ອງແກນກາງຫຼືໂຄໂມດຸນ“ທ່ຽນເຫີ” ເພື່ອດຳເນີນການຄຸ້ມຄອງສະຖານີອະວະກາດ.