ທ່ານນາງ ອາໂຣໂຢ ອະດີດປະທານາທິບໍດີຟິລິບປິນບໍ່ສາມາດເຂົ້າຮ່ວມຮັບຟັງການລາຍງານສະພາບແຫ່ງຊາດຄັ້ງທຳອິດຂອງປະທານາທິບໍດີຄົນປັດຈຸບັນ ຍ້ອນຜົນການກວດນິວຄລິອິກເປັນບວກ

2022-07-25 10:29:22 cri

ວັນທີ 24 ກໍລະກົດນີ້, ຫ້ອງການຂອງທ່ານນາງ ກລໍເຣຍ ມາຄາພາການ ອາໂຣໂຢ ອະດີດປະທານາທິບໍດີຟິລິບປິນ ອອກຖະແຫຼງການວ່າ: ຜົນການກວດນິວຄລິອິກຂອງທ່ານນາງ ອາໂຣໂຢ ໃນວັນທີ 15 ກໍລະກົດນີ້ ເປັນບວກ, ເພິ່ນຈຶ່ງໄດ້ກັກບໍລິເວນຕົນເອງ ແລະ ເຂົ້າຮັບການປິ່ນປົວ. ແຕ່ມາຮອດວັນທີ 23 ກໍລະກົດນີ້, ຜົນການກວດນິວຄລີອິກຂອງເພິ່ນຍັງເປັນບວກຄືເກົ່າ.

ສະນັ້ນ, ທ່ານນາງ ອາໂຣໂຢ ຈະບໍ່ສາມາດເຂົ້າຮ່ວມຮັບຟັງການລາຍງານສະພາບແຫ່ງຊາດຄັ້ງທຳອິດຂອງທ່ານ ເຟີດີນານ ໂນມົວເດັດ ມາກ໋ອດ ປະທານາທິບໍດີຟິລິບປິນຄົນປັດຈຸບັນທີ່ຈະຈັດຂຶ້ນໃນວັນທີ 25 ກໍລະກົດນີ້.